ສະພາແຫ່ງຊາດເຫັນດີຕໍ່ແຜນນະໂຍບາຍລົງທຶນບັນດາໂຄງການຄົມມະນາຄົມສຳຄັນ

(VOVWORLD) -ສະມາຊິກສະພາແຫ່ງຊາດສ່ວນຫຼາຍໄດ້ເຫັນດີຕໍ່ຄວາມຈຳເປັນຂອງເລື່ອງລົງທຶນຜັນຂະຫຍາຍບັນດາແຜນນະໂຍບບາຍດັ່ງກ່າວເພື່ອແນໃສ່ຫັນຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 10 ປີ 2021 – 2030
ສະພາແຫ່ງຊາດເຫັນດີຕໍ່ແຜນນະໂຍບາຍລົງທຶນບັນດາໂຄງການຄົມມະນາຄົມສຳຄັນ - ảnh 1ທີ່ກອງປະຊຸມ
(ພາບ: quochoi.vn)

ວັນທື 10 ມິຖຸນາ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບແຜນນະໂຍບາຍລົງທຶນໂຄງການກໍ່ສ້າງທາງເລກ 4 ອ້ອມຮອບນະຄອນຫຼວງ ຮ່າໂນ້ຍ ແລະ ໂຄງການກໍ່ສ້າງທາງເລກ 3 ອ້ອມຮອບນະຄອນ ໂຮ່ຈີມິນ; ແຜນນະໂຍບາຍລົງທຶນບັນດາໂຄງການກໍ່ສ້າງກິດຈະກຳເສັ້ນທາງຄວາມໄວສູງ ເຈົາດົກ - ເກິນເທີ - ຊອກຈັງ (ໄລຍະທີ 1); ແຄງຮ່ວາ - ບວນມາທວດ (ໄລຍະທີ 1); ບຽນຮ່ວາ - ວຸງເຕົາ (ໄລຍະທີ 1).

        ສະມາຊິກສະພາແຫ່ງຊາດສ່ວນຫຼາຍໄດ້ເຫັນດີຕໍ່ຄວາມຈຳເປັນຂອງເລື່ອງລົງທຶນຜັນຂະຫຍາຍບັນດາແຜນນະໂຍບບາຍດັ່ງກ່າວເພື່ອແນໃສ່ຫັນຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 10 ປີ 2021 – 2030 ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຮັບຮອງເອົາເປັນລະອຽດ. ພ້ອມກັນນັ້ນ, ເລື່ອງລົງທຶນບັນດາໂຄງການກໍ່ສ້າງທາງທີ່ກ່າວມາຂ້າງເທິງນັ້ນຈະຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງບັນດາເຂດທີ່ມີເສັ້ນທາງໄປຜ່ານ, ຊ່ວຍເພີ່ມທະວີການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

        ແລະກໍ່ໃນວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງມະຕິວ່າດ້ວຍການທົດລອງບາງກົນໄກ, ນະໂຍບາຍພິເສດສະເພາະໃນການພັດທະນາແຂວງ ແຄງຮ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ