ສະພາແຫ່ງຊາດ ກູຍບາ ຮັບຮອງເອົາກົດໝາຍວ່າດ້ວຍທະເລສະບັບໃໝ່

ສະພາແຫ່ງຊາດ ກູຍບາ ຮັບຮອງເອົາກົດໝາຍວ່າດ້ວຍທະເລສະບັບໃໝ່ - ảnh 1
ເຂດອ່າວ Havana
(ພາບ: AFP/TTXVN)

(vovworld) – ວັນ​ທີ 6/7, ສະພາ​ແຫ່ງ​ຊາດ ກູ​ຍບາ ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ສະບັບ​ໃໝ່ ​ເຊິ່ງກຳນົດ​ເລື່ອງ​ໄປມາ​ບົນ​ແມ່​ນ້ຳ, ໜອງ ​ແລະ ທະ​ເລ. ນີ້​ແມ່ນ​ຂໍ້​ຕົກລົງລ້າ​ສຸດ​ໄດ້​ຍົກ​ອອກ​ມາ​ໃນ​ຂອບ​ເຂດ​ວາລະ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້ ​ໂດຍ​ທ່ານ​ປະທານ Raul Castro ​ເປັນ​ປະທານ. ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ ກູ​ຍບາ ທ່ານ Cesar Arocha ​ໃຫ້​ຮູ້​ວ່າ: ກົດໝາຍ​ສະບັບ​ໃໝ່​ກຳນົດ​ເລື່ອງ​ໄປ​ມາ​ບົນ​ທະ​ເລ, ​ເຂດ​ຕິ​ດພັນ​ກັບ​ທະ​ເລ, ​ເຂດ​ເສດຖະກິດ​ພິ​ເສດ​ຢູ່​ເຂດ​ອ່າວ ​ເມກ​ຊີ​ໂກ ກໍ່​ຄື​ຢູ່​ເຂດ​ນ່ານນ້ຳ​ຕ່າງໆ​ຄື: ​ແມ່ນ້ຳ, ໜອງຢ່າງ​ຈະ​ແຈ້ງ. ກົດໝາຍ​ສະບັບ​ນີ້​ລວມມີ​ຫຼາຍ​ບັນຫາ​ຄື: ການກູ້​ໄພ​ກູ້ຊີບ​ບົ​ນທະ​ເລ, ບັນຫາປະລະກຳປັ່ນ​ຂອງ​ຕ່າງປະ​ເທດ​​ໄວ້ໃນ​ເຂດ​ທະ​ເລ​ຂອງ ກູ​ຍບາ ​ແລະ ບັນຫາ​ຄວບ​ຄຸມ ​ແລະ ສະກັດ​ກັ້ນ​ສະພາບ​​ກໍ່​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ​ຢູ່​ທະ​ເລ.

ຂ່າວ/ບົດ​ອື່ນ