(vovworld) – ພາຍຫຼັງ ຖືກໂຈະໄວ້ 1 ເດືອນ, ວັນທີ 23/4, ສະພາສູງ ແລະ ສະພາຕ່ຳ ມ້ຽນມາ ໄດ້ເຊື່ອມຕໍ່ກອງປະຊຸມຄັ້ງທີ 3 ຢູ່ນະຄອນຫຼວງ Nay Pyi Taw ເພື່ອສືບຕໍ່ປຶກສາຫາລືຮ່າງກົດໝາຍ ສະບັບປັບປຸງຈຳນວນໜຶ່ງ. ກອງປະຊຸມຂອງສະພາສູງ ມີສະມາຊິກສະພາແຫ່ງຊາດ 215 ທ່ານເຂົ້າຮ່ວມ ແລະ ກອງປະຊຸມຂອງສະພາຕ່ຳມີສະມາຊິກສະພາແຫ່ງຊາດ 377 ທ່ານເຂົ້າຮ່ວມ. ນີ້ແມ່ນກອງປະຊຸມຄັ້ງທຳອິດຂອງສະພາແຫ່ງຊາດ ມ້ຽນມາ ພາຍຫຼັງການເລືອກຕັ້ງເພີ່ມເຕີມເມືອວັນທີ 1/4 , ໃນນັ້ນ, ພັກສະຫະພັນແຫ່ງຊາດເພື່ອປະຊາທິປະໄຕ (ຫຼື NLD) ຝ່າຍຄ້ານຂອງທ່ານນາງ Aung San Suu Kyi ຍາດໄດ້ໄຊຊະນະດ້ວຍ 43 ທີ່ນັ່ງໃນຈະນວນ 45 ທີ່ນັ່ງໄດ້ຮັບການເລືອກເພີ່ມເຕີມ. ຄາດວ່າ, ທີ່ກອງປະຊຸມຄັ້ງນີ້, ສະພາສູງ ແລະ ສະພາຕ່ຳ ມ້ຽນມາ ຈະສືບຕໍ່ປຶກສາຫາລືຮ່າງກົດໝາຍສະບັບປັບປຸງຈຳນວນໜຶ່ງ. ກ່ອນໜ້ານັ້ນ, ໃນກອງປະຊຸມແຕ່ວັນທີ 26/1 ຫາ 23/3, ສະພາແຫ່ງຊາດ ມ້ຽນມາໄດ້ຮັບຮອງເອົາກົດໝາຍວ່າດ້ວຍງົບປະມານເພີ່ມເຕີມສະຫະພາບ 2012, ກົດໝາຍວ່າດ້ວຍງົບປະມານສະຫະພາບ 2012, ກົດໝາຍວ່າດ້ວຍການວາງແຜນການແຫ່ງຊາດ 2012 – 2013, ກົດໝາຍວ່າດ້ວຍການແກ້ໄຂການແກ່ງແຍ້ງໃນການອອກແຮງງານ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ກົດໝາຍວ່າດ້ວຍນິຄົມກະເສດ 2011 ແລະ ກົດໝາຍວ່າດ້ວຍຄະນະກຳມາທິການເລືອກຕັ້ງ.