ສະພາແຫ່ງຊາດ ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຄວາມຖີ່ວິທະຍຸ
(VOVWORLD) - ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຄວາມຖີ່ວິທະຍຸໄດ້ເພີ່ມເຕີມເນື້ອໃນລະອຽດ ແລະ ຈະແຈ້ງກວ່າ, ຊ່ວຍຮັບປະກັນລັກສະນະເປັນເອກະພາບກັບກົດໝາຍ ແລະ ຂໍ້ຜູກພັນໃນສັນຍາສາກົນທີ່ກ່ຽວຂ້ອງ.
ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ XV (ພາບ: quochoi.vn) |
ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນບ່າຍວັນທີ 9 ພະຈິກ, ບັນດາສະມາຊິກສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຄວາມຖີ່ວິທະຍຸ; ປຶກສາຫລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປົກປ້ອງພົນລະເຮືອນ.
ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຄວາມຖີ່ວິທະຍຸໄດ້ເພີ່ມເຕີມເນື້ອໃນລະອຽດ ແລະ ຈະແຈ້ງກວ່າ, ຊ່ວຍຮັບປະກັນລັກສະນະເປັນເອກະພາບກັບກົດໝາຍ ແລະ ຂໍ້ຜູກພັນໃນສັນຍາສາກົນທີ່ກ່ຽວຂ້ອງ. ສຳລັບຮ່າງກົດໝາຍວ່າດ້ວຍການປົກປ້ອງພົນລະເຮືອນ, ການສ້າງກົດໝາຍ ແມ່ນເພື່ອແນໃສ່ສ້າງກອບນິຕິກຳລວມໃຫ້ແກ່ການປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຂອງສົງຄາມ; ປ້ອງກັນ, ຕ້ານ, ແກ້ໄຂໄພພິບັດທຳມະຊາດ, ໂລກລະບາດ, ຮັບປະກັນຄວາມປອດໄພ, ຄວາມສະຫງົບໃຫ້ແກ່ປະເທດຊາດ ເມື່ອເກີດກໍລະນີຕ່າງໆ.