ສະພາແຫ່ງຊາດ ສ.ເກົາຫຼີ ຮັບຮອງເອົາກົດໝາຍວ່າດ້ວຍການຫ້າມຫວ່ານໃບປິວ ຕ້ານ ສປປ.ເກົາຫຼີ
(VOVWORLD) - ໃນການກະທຳທີ່ໄດ້ຮັບຖືວ່າແມ່ນເພື່ອແນໃສ່ປັບປຸງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ, ວັນທີ 14 ທັນວາ, ສະພາແຫ່ງຊາດ ສ.ເກົາຫຼີ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການຫ້າມການຫວ່ານໃບປິ່ວຕ້ານ ສປປ.ເກົາຫຼີ.
ສະພາແຫ່ງຊາດ ສ.ເກົາຫຼີ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການຫ້າມການຫວ່ານໃບປິ່ວຕ້ານ ສປປ.ເກົາຫຼີ.(ພາບ: AFP) |
ເຖິງວ່າ, ກົດໝາຍສະບັບດັ່ງກ່າວ ຖືກຄັດຄ້ານຈາກບັນດາສະມາຊິກສະພາແຫ່ງຊາດຂຶ້ນກັບຝ່າຍຄ້ານຂອງ ພັກສິດອຳນາດປະຊາຊົນ (PPP) ກໍຕາມ ແຕ່ພັດໄດ້ຮັບບັດສະໜັບສະໜູນ 187 ບັດ ເພື່ອຮັບຮອງເອົາ. ກົດໝາຍວ່າດ້ວຍການຫ້າມການຫວ່ານໃບປິວຕ້ານ ສປປ.ເກົາຫຼີ ໄດ້ກຳນົດວ່າ ທຸກການກະທຳທີ່ໄປຝືນກັບ ສັນຍາທີ່ບັນລຸໄດ້ລະຫວ່າງປະມຸກລັດ ສ.ເກົາຫຼີ ແລະ ສປປ.ເກົ່າຫຼີ ຈະຖືກປັບໄໝສູງສຸດແມ່ນ ຈຳຄຸກ 3 ປີ ຫຼື ປັບໄໝເງິນ 30 ລ້ານ won.
ຫາງສຽງຖືວ່າ, ເລື່ອງ ສ.ເກົາຫຼີ ຮັບຮອງເອົາກົດໝາຍສະບັບດັ່ງກ່າວ ຈະປະກອບສ່ວນສຳຄັນເຂົ້າໃນການປັບປຸງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ.
ນັກຂ່າວ VOV ປະຈຳ ຈີນ