(vovworld) - ຕອນບ່າຍວັນທີ 12 ກັນຍາ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວຸດທິສະພາແຫ່ງລາຊະອານາຈັກໄທ ໂດຍທ່ານຫົວໜ້າທີ່ປຶກສາກົດໝາຍຂອງປະທານວຸດທິສະພາໄທ ສະໝັກ ເຈົ້າວະພານັນ ເປັນຫົວໜ້າຄະນະ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ ຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງການນຳຂັ້ນສູງຂອງ 2 ອົງການນິຕິບັນຍັດ ກໍ່ຄືລະຫວ່າງບັນດາກຸ່ມສະມາຊິກສະພາແຫ່ງຊາດ 2 ປະເທດກວ່າອີກ. ທ່ານຮອງປະທານສະພາແຫ່ງຊາດປາດຖະໜາວ່າ ບັນດາສະມາຊິກສະພາແຫ່ງຊາດຂອງສະພາແຫ່ງຊາດໄທ ສືບຕໍ່ມີສຽງເວົ້າດ້ານການເມືອງ ແລະ ບັນດາການເຄື່ອນໄຫວອັນລະອຽດ ເພື່ອສະໜັບສະໜູນວົງຄະນະຍາດຊາວຫວຽດນາມ ອາໄສຢູ່ໄທ ແລະ ພໍ່ແມ່ພີນ້ອງໄທ ເຊື້ອຊາດຫວຽດນາມ ຖານະດ້ານກົດໝາຍເປັນປົກກະຕິ ແລະ ເຊື່ອມຕົວເຂົ້າກັບສັງຄົມໄທ.