ສະພາແຫ່ງຊາດ ອັງກິດ ຄັດຄ້ານເລື່ອງ Brexit ບໍ່ມີຂໍ້ຕົກລົງ

(VOVWORLD) -ບັນດາສະມາຊິກລັດຖະສະພາ ອັງກິດ ກໍປ່ອນບັດຄັດຄ້ານ ມາດຕາປັບປຸງທີ່ ອະນຸຍາດໃຫ້ ລັດຖະບານ ອັງກິດ ສືບຕໍ່ ດໍາເນີນຕາມແຜນການ Brexit ໂດຍບໍ່ມີຂໍ້ຕົກລົງ ໃນວັນທີ 22 ພຶດສະພາ.

        ດ້ວຍບັດຄັດຄ້ານ 312 ບັດ ແລະ ບັດເຫັນດີ 308 ບັດ, ວັນທີ 13 ມີນາ, ສະພາແຫ່ງຊາດ ອັງກິດ ໄດ້ປ່ອນບັດເພື່ອ ລົບລ້າງວິທີການຂອງ ອັງກິດ ຖອນຕົວອອກຈາກ ອີຢູ ຫຼື ຍັງເອີ້ນວ່າ Brexit ໂດຍບໍ່ມີຂໍ້ຕົກລົງ. ການກະທໍາດັ່ງກ່າວ ມີຄວາມໝາຍດຽວກັນກັບເລື່ອງ ອັງກິດ ຈະຕ້ອງປະເຊີນໜ້າກັບການເລືອກເອົາການເລື່ອນກໍານົດເວລາ Brexit.

        ນອກຈາກນັ້ນ, ບັນດາສະມາຊິກລັດຖະສະພາ ອັງກິດ ກໍປ່ອນບັດຄັດຄ້ານ ມາດຕາປັບປຸງທີ່ ອະນຸຍາດໃຫ້ ລັດຖະບານ ອັງກິດ ສືບຕໍ່ ດໍາເນີນຕາມແຜນການ Brexit ໂດຍບໍ່ມີຂໍ້ຕົກລົງ ໃນວັນທີ 22 ພຶດສະພາ.

        ກ່າວຄໍາເຫັນທີ່ສະພາແຫ່ງຊາດ ພາຍຫຼັງການປ່ອນບັດ 2 ຄັ້ງຢ່າງລຽນຕິດໃນເວລາ 2 ວັນ, ທ່ານນາງ ນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ກ່າວເຕືອນວ່າ ປະເທດ ອັງກິດ ຈະຕ້ອງປະເຊີນໜ້າກັບເລື່ອງ ໂຈະ ການ Brexit ເປັນເວລາຫຼາຍວັນ ຖ້າຫາກບັນດາສະມາຊິກລັດຖະສະພາ ຍັງສືບຕໍ່ບໍ່ສະໜັບສະໜູນຂໍ້ຕົກລົງຂອງທ່ານນາງ.

        ໃນຂະນະນັ້ນ, ຢູ່ ບຣຸກແຊນ, ບັນດາການນໍາ ອີຢູ ໄດ້ຮຽກຮ້ອງໃຫ້ ລອນດອນ “ມີຄໍາຕອບທີ່ຈະແຈ້ງ” ກ່ຽວກັບເລື່ອງ ຈະໂຈະວິວັດທະນາການ Brexit ຫຼືບໍ? ທ່ານ Michel Barnier ຫົວໜ້າຄະນະເຈລະຈາ Brexit ຂອງ ອີຢູ ຖືວ່າ ອັງກິດ ຕ້ອງເຮັດແຈ້ງສາເຫດ ແລະ ຈຸດປະສົງໃນການແກ່ຍາວກໍານົດເວລາ Brexit, ພ້ອມທັງຢືນຢັນວ່າ ອີຢູ ຈະບໍ່ຍົກອອກບໍ່ວ່າຂໍ້ສະເໜີໃດກັບອັງກິດ ຕື່ມອີກ, ນອກຈາກຂໍ້ຕົກລົງທີ່ບັນລຸໄດ້ກ່ອນໜ້ານັ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ