(vovworld) - ວັນທີ 15 ສິງຫາ, ສະພາແຫ່ງຊາດ ອີຣານ ໄດ້ໃຫ້ສັດຕະຍາບັນເອົາບັນດາຕຳແໜ່ງຫຼັກແຫຼ່ງໃນຄະນະລັດຖະບານໃໝ່ ເຊິ່ງລວມມີສະມາຊິກ 18 ທ່ານ ໂດຍທ່ານປະທານາທິບໍດີຄົນໃໝ່ Hassan Rowhani ສະເໜີ. ໃນການເຮັດວຽກເປັນເວລາ 4 ວັນ, ສະພາແຫ່ງຊາດອີຣານ ໄດ້ປຶກສາຫາລືສະເໜີພິຈາລະນາແຕ່ລະຄົນໃນຈຳນວນ 18 ທ່ານ. ໝາກຜົນມີຢູ່ວ່າ 15/18 ຜູ້ໄດ້ສະເໜີໄດ້ຮັບສັດຕະຍາບັນ ເຊິ່ງລວມມີບັນດາຕຳແໜ່ງຫຼັກແຫຼ່ງຄື ທ່ານລັດຖະມົນຕີການຕ່າງປະເທດ Mohammad Javad Zarif ແລະ ທ່ານລັດຖະມົນຕີກະຊວງນ້ຳມັນ Bijan Namdar Zaganeh. 3 ຄົນທີ່ຖືກສະພາແຫ່ງຊາດ ປະຕິເສດສະເໜີຮັບດຳລົງຕຳແໜ່ງແມ່ນລັດຖະມົນຕີກະຊວງສຶກສາ, ລັດຖະມົນຕີກະຊວງວິທະຍາສາດ, ຄົ້ນຄວ້າ ແລະ ເຕັກໂນໂລຊີ, ລັດຖະມົນຕີກະຊວງຊາວໜຸ່ມ ແລະ ກິລາ. ກ່ອນໜ້ານັ້ນ, ວັນທີ 04 ສິງຫາ, ພາຍຫຼັງພິທີສະບານຕົວຮັບດຳລົງຕຳແໜ່ງເປັນປະທານາທິບໍດີທີ 7 ຂອງອີຣານ ຕໍ່ໜ້າສະພາແຫ່ງຊາດ, ທ່ານ Hassan Rowhani ໄດ້ສະເໜີ ບັນຊີລາຍຊື່ລັດຖະບານໃໝ່ເຊິ່ງລວມມີສະມາຊິກ 18 ທ່ານ.