ສະມັດຊາໃຫຍ່ສະຫະປະຊາຊາດຈັດກອງປະຊຸມພິເສດກ່ຽວກັບໂລກລະບາດໂຄວິດ-19

(VOVWORLD) - ຄາດວ່າ, ເຫດການຈະດຳເນີນໄປໃນລະຫວ່າງວັນທີ 03 – 04 ທັນວາ, ຢູ່ນິວຢອກ, ອາເມລິກາ.
ສະມັດຊາໃຫຍ່ສະຫະປະຊາຊາດຈັດກອງປະຊຸມພິເສດກ່ຽວກັບໂລກລະບາດໂຄວິດ-19 - ảnh 1 (ພາບປະກອບ: HW)

ດ້ວຍບັດສະໜັບສະໜູນ 150 ບັດ ແລະ ບັດຂາວ 43 ບັດ, ວັນທີ 05 ພະຈິກ, ສະມັດຊາໃຫຍ່ສະຫະປະຊາຊາດ ລວມມີສະມາຊິກ 193 ປະເທດໄດ້ອະນຸມັດຜ່ານມະຕິວ່າດ້ວຍການຈັດຕັ້ງກອງປະຊຸມພິເສດ ດ້ວຍຈຸດສຸມແມ່ນການປະສານງານບັນດາຄວາມມານະພະຍາຍາມຂອງວົງຄະນະຍາດສາກົນໃນການຮັບມືກັບໂລກລະບາດໂຄວິດ-19. ຄາດວ່າ, ເຫດການຈະດຳເນີນໄປໃນລະຫວ່າງວັນທີ 03 – 04 ທັນວາ, ຢູ່ນິວຢອກ, ອາເມລິກາ.

        ກອງປະຊຸມພິເສດດັ່ງກ່າວຈະມີການເຂົ້າຮ່ວມຂອງປະມຸກລັດ ແລະ ການນຳບັນດາປະເທດ. ບັນດາປະມຸກລັດບໍ່ເຂົ້າຮ່ວມກອງປະຊຸມໂດຍກົງນີ້ສາມາດສົ່ງບົດກ່າວປາໄສທີ່ໄດ້ອັດເທບໄວມີຄວາມຍາວ 5 ນາທີ ເພື່ອກ່າວປາໄສໃນກອງປະຊຸມຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ