ສະມັດຊາໃຫຍ່ສະຫະປະຊາຊາດເລືອກຕັ້ງ5ສະມາຊິກບໍ່ປະຈຳການໃໝ່ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ
ສະມັດຊາໃຫຍ່ສະຫະປະຊາຊາດ ດຳເນີນການເລືອກຕັ້ງ
5 ສະມາຊິກບໍ່ປະຈການຳໃໝ່ໃຫ້ສະພາຄວາມໝັ້ນຄົງ
(ພາບ: THX/TTXVN)
(vovworld) – ວັນທີ 28/06 ສະມັດຊາໃຫຍ່ສະຫະປະຊາຊາດ ດຳເນີນການເລືອກຕັ້ງ 5 ສະມາຊິກບໍ່ປະຈຳການໃໝ່ໃຫ້ສະພາຄວາມໝັ້ນຄົງ. ບັນດາປະເທດຖືກຮັບການເລືອກຕັ້ງແມ່ນ ກາຢຽກສະຖານ, ຊູແອັດ, ເອທີໂອປີ ແລະ ໂບລີວີ ດ້ວຍອາຍຸການ 2 ປີ. ໂດຍສະເພາະສຳລັບກໍລະນີເລືອກຕັ້ງສະມາຊິກບໍ່ປະຈຳການຄັ້ງທີ 5 ຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດ, ສະມັດຊາໃຫຍ່ຕ້ອງດຳເນີນການປ່ອນບັດ 5 ຮອບ ເມື່ອ 2 ປະເທດອອກສະໝັກຮັບເລືອກຕັ້ງແມ່ນ ໂປໂລຍ ແລະ ອີຕາລີ ຍັງໄດ້ຮັບບັດສະໜັບສະໜູນເທົ່າກັນແມ່ນ 95 ບັດ, ໃນຂະນະນັ້ນ ຈຳນວນບັດສະໜັບສະໜູນຕ້ອງຍາດໄດ້ 127 ບັດ ຈຶ່ງໄດ້ຮັບໄຊຊະນະ. ພາຍຫລັງ ສະມັດຊາໃຫຍ່ສະຫະປະຊາຊາດດຳເນີນກອງປະຊຸມປິດລັບ 2 ຄັ້ງ, ບັນດາສະມາຊິກສະມັດຊາໃຫຍ່ຈຶ່ງສະຫລຸບໄດ້ວ່າ ອີຕາລີ ຈະໄດ້ຮັກສາຕຳແໜ່ງເປັນກຳມະການບໍ່ປະຈຳການໃໝ່ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດປີ 2017 ແລະ ໂປໂລຍ ຈະສືບຕໍ່ຮັບສາທີ່ຕັ້ງໃນປີ 2018.