ສະມັດຊາໃຫ່ຍ ສປຊ ຮັບຮອງເອົາມະຕິກ່ຽວກັບ ຜືນແຜ່ນດິນອັນຄົບຖ້ວນ ຂອງຢູແກຼນ
ການປະຊຸມຄັ້ງ 1 ຂອງ ສະມັດຊາໃຫ່ຍ ສປຊ
(ພາບ: THX/TTXVN)
(vovworld)- ວັນທີ 27/3, ສະມັດຊາໃຫ່ຍ ສປຊ ຮັບຮອງເອົາຮ່າງມະຕິດ້ວຍຫົວຂໍ້ “ຜືນແຜ່ນດິນອັນຄົບຖ້ວນຂອງຢູແກຼນ“ ດ້ວຍ 100 ບັດເຫັນດີ, 11 ບັດຄັດຄ້ານ ແລະ 58 ບັດຂາວ.
ບັນດາປະເທດປ່ອນບັດຄັດຄ້ານລວມມີ: ລັດເຊຍ, ອາກເມເນຍ, ເບລາຣຸດ, ໂບລີເວຍ, ກູບາ, ນີກາຣາກວາ, ຊີຣີ, ຊູດັງ, ສປປ.ເກົາຫຼີ, ເວເນຊູເອລາ ແລະ ຢີມບາບູເອ. ໃນຂະນະນັ້ນ, ອິນເດຍ, ບຣາຊິນ, ອາຟຼິກກາໃຕ້ ແລະ ຈີນ ໄດ້ປ່ອນບັດຂາວ. ບາງປະເທດບໍ່ເຂົ້າຮ່ວມການປ່ອນບັດ. ຮ່າງມະຕິສະບັບນີ້ໂດຍຢູແກຼນ ຮຽບຮຽງ ແລະ ສະເໜີ ດ້ວຍການປົກປ້ອງຮ່ວມຂອງປະເທດຈຳນວນໜຶ່ງ ຊື່ງຕາມນັ້ນແລ້ວໄດ້ຢັ້ງຢືນລັກສະນະຜືນແຜ່ນດິນອັນຄົບຖ້ວນ, ຄວາມເປັນເອກະລາດດ້ານການເມືອງຂອງຢູແກຼນ ພ້ອມທັງບໍ່ຮັບຮອງລັກສະນະກົດໝາຍຂອງການລົງປະຊາມະຕິກ່ຽວກັບຄວາມເປັນເອກະລາດຂອງ Crimea.
ກ່ຽວກັບສະພາບການ ຢູແກຼນ, ວັນທີ 27/3, ສະຫະພາບເອີລົບ (ອີຢູ) ໃຫ້ຄຳໝັ້ນສັນຍາສະໜອງເງິນຈຳນວນ 1,2 ຕື້ໂດລາສະຫະລັດໃຫ້ແກ່ຢູແກຼນ ໃນຮອບເວລາ 3 ເດືອນຂ້າງໜ້າ ຖ້າຫາກວ່າປະເທດນີ້ສຳເລັດວຽກງານໄປສູ່ການຕົກລົງກັບກອງທຶນເງິນຕາສາກົນ (IMF). ໃນວັນດຽວກັນ, ສະພາຕ່ຳ ແລະ ສະພາສູງອາເມລິກາ ໄດ້ຮັບຮອງເອົາບັນດາຮ່າງກົດໝາຍສະໜອງເງິນຊ່ວຍເຫຼືອໃຫ້ແກ່ ຢູແກຼນ, ສະໜັບສະໜູນບ້ວງເງິນກູ້ຢືມ 1 ຕື້ໂດລາສະຫະລັດຂອງອຳນາດການປົກຄອງ ກີແອບ./.