ສະມາຄົມຊາວຫວຽດນາມ ອາໄສຢູ່ລາວ: ສາມັກຄີກັນ, ປະຊາທິປະໄຕ, ຍົກສູງຈິດໃຈຄວາມຮັບຜິດຊອບ
(VOVWORLD) -ຕອນບ່າຍວັນທີ 12 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນພິທີອັດກອງປະຊຸມໃຫຍ່ ສະມາຄົມ ຊາວຫວຽດນາມ ອາໄສຢູ່ລາວ ຄັ້ງທີ III, ອາຍຸການ 2022 -2026.
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່
(ພາບ: VOV)
|
ກອງປະຊູມໄດ້ເລືອກຕັ້ງຄະນະບໍລິຫານງານສະມາຄົມຊຸດທີ III ລວມມີ ສະມາຊິກ 23 ທ່ານ, ໃນນັ້ນ, ທ່ານຟ້າມວັນຮຸ່ງ ໄດ້ຮັບການຄັດເລືອກເປັນປະທານສະມາຄົມ. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຢັ້ງຢືນວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ມີບົດບາດນັບມື້ນັບສຳຄັນ, ປະກອບສ່ວນເຂົ້າໃນການສ້າງສາປະເທດລາວ ວັດທະນາຖາວອນ, ຮັກສາ ແລະ ພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່ລະຫວ່າງສອງປະເທດ.
ໂດຍໄດ້ສ້າງຕັ້ງແຕ່ວັນທີ 19 ສິງຫາ 2009, ສະມາຄົມ ຫວຽດນາມ ຢູ່ລາວ ມີ 12 ສາຂາສະມາຄົມຊາວຫວຽດນາມ ຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດລາວ. ໃນໄລຍະຜ່ານມາ, ສະມາຄົມຍາມໃດກໍ່ສົມທົບກັບສະຖານທູດ ຫວຽດນາມ ປະຈຳລາວເປັນຢ່າງດີເພື່ອຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ການສຶກສາ, ກິລາ, ສິລະປະ, ປະກອບສ່ວນຢ່າງແທດຈິງເຂົ້າໃນການເຮັດໃຫ້ປະຊາຄົມມີຄວາມສະໜິດຕິດພັນ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ ຂອງ ຫວຽດນາມ, ຍາມໃດກໍ່ອ່າວຍໜ້າເມືອຫາບ້ານເກີດເມືອງນອນ.