ສະມາຄົມພຸດທະສາສະໜາຫວຽດນາມຮຽງບ່າຮຽງໄຫຼ່ພ້ອມກັບທົ່ວປະເທດພັດທະນາເສດຖະກິດ,ສັງຄົມ
ພົນເອກ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບ
ຄະນະຜູ້ແທນສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ
(vovworld) – ຕອນເຊົ້າວັນທີ 18/8, ຢູ່ຮ່າໂນ້ຍ, ພົນເອກ ເຈີ່ນດ້າຍກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ, ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ໂດຍພະມະຫາອາຈານ ທິກແທງຫຍຽວ, ຮອງປະທານຜູ້ປະຈຳການສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ນຳໜ້າ ໄດ້ມາຢ້ຽມຢາມ, ອວຍພອນກະຊວງຕຳຫຼວດເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນມູນເຊື້ອຂອງກຳລັງຕຳຫຼວດປະຊາຊົນ ຫວຽດນາມ. ທ່ານລັດຖະມົນຕີ ເຈີ່ນດ້າຍກວາງ ປາດຖະໜາວ່າ: ໃນໄລຍະຈະມາເຖິງ, ສະມາຄົມພຸດທະສາສະໜາ ຫວຽດນາມ ສືບຕໍ່ປະກອບສ່ວນພ້ອມກັບພໍ່ແມ່ປະຊາຊົນໃນທົ່ວປະເທດກໍ່ສ້າງສັງຄົມສີວິໄລ, ມີຄວາມຜ່າສຸກ. ທ່ານລັດຖະມົນຕີ ເຈີ່ນດ້າຍກວາງ ປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນ, ໜູນຊ່ວຍຂອງສະມາຄົມໃນໄລຍະຈະມາເຖິງ.