ສະມາຄົມພຸດທະ ສາສະໜາພັດທະນາ ພ້ອມກັບປະເທດ

ສະມາຄົມພຸດທະ ສາສະໜາພັດທະນາ ພ້ອມກັບປະເທດ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​​ເຍີນ
ເຮັດ​ວຽກ​ກັບ​ສູນ​ກາງ​ສະມາຄົມພຸດ​ທະ​ສາສະໜາ​ຫວຽດນາມ
(ພາບ: chinhphu.vn)


(vovworld) – ທີ່​ການ​ເຮັດ​ວຽກ​ກັບ​ສູນ​ກາງ​ສະມາຄົມພຸດ​ທະ​ສາສະໜາ​ຫວຽດນາມ ​ໃນ​ຕອນ​ບ່າຍ​ວັນ​ທີ 31 ຕຸລາ, ຢູ່​ຮ່າ​ໂນ້ຍ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​​ເຍີນ,  ​ໄດ້​ຕີ​ລາຄາ​ສູງບັນດາ​ການ​ປະກອບສ່ວນ​ຕ່າງໆຂອງສະມາຄົມພຸດ​ທະ​ສາສະໜາ​ຫວຽດນາມ ​ບົນ​ເສັ້ນທາງ​ພັດທະນາ​ພ້ອມ​ກັບ​ປະ​ເທດຊາດ, ປະກອບສ່ວນ​ສ້າງ​ກຸ່ມ​ກ້ອມ​ມະຫາສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ທ່ານ​ ຫງວຽນ​ທ້ຽນ​​ເຍີນ ປາດ​ຖະໜາ​ວ່າ ສະມາຄົມພຸດ​ທະ​ສາສະໜາ​ຫວຽດນາມ ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ອົງການ​ສະມາຊິກ​ທີ່​ຕັ້ງໜ້າ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ​​ເປັນ​ຢ່າງ​ດີ​ທີ່​ສຸດ. ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​​ເຍີນ ຢືນຢັນ​ວ່າ, ດ້ວຍ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຕົນ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂ​​ດີ​ທີ​ສຸດ​ໃຫ້​ສະມາຄົມ​ພຸດທະ​ສາສະໜາເຄື່ອນໄຫວ; ສະ​ເໜີ​ໃຫ້​ສະມາຄົມ​ພຸດທະ​ສາສະໜາກຽມ​​ແຜນການ​ລະອຽດໃຫ້​ແກ່​ງານ​ບຸນ​ໃຫຍ່ Vesak 2014 ກໍ່​ຄື​ການ​ກະກຽມ​ພື້ນຖານ​ໂຄງ​ລ່າງ​ທີ່​ສະຫງວນ​ໃຫ້ການ​ຈັດ​ຕັ້ງ​ບັນດາ​ເຫດການ, ວຽກ​ງານຮັບປະ​ກັນ​ຄວາມ​​​ປອດ​ໄພ, ຄວາມເປັນ​ລະບຽບ​ຮຽບຮ້ອຍ.

ຂ່າວ/ບົດ​ອື່ນ