(vovworld) – ຕອນບ່າຍວັນທີ 05/08, ຢູ່ຮ່າໂນ້ຍ, ທ່ານສະມາຊິກສະພາສູງອາເມລິກາ Bob Corker, ສະມາຊິກຂັ້ນສູງ, ກຳມາທິການການຕ່າງປະເທດສະພາສູງ ອາເມລິກາ ໄດ້ມີການພົບປະກັບສື່ມວນຊົນພາຍໃນ ແລະ ຕ່າງປະເທດ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການພົບປະ, ທ່ານສະມາຊິກສະພາສູງອາເມລິກາ Bob Corker ສະແດງຄວາມພຶງພໍໃຈຕໍ່ໝາກຜົນແຫ່ງການພົບປະ ແລະ ເຮັດວຽກຢູ່ຫວຽດນາມ, ເຊິ່ງເປັນປະເທດທຳອິດໃນການເດີນທາງໄປຢ້ຽມຢາມບາງປະເທດອາຊີຂອງທ່ານ. ທ່ານສະມາຊິກສະພາສູງແບ່ງປັນວ່າ, ຮອດປີ 2015 ຫວຽດນາມ ແລະ ອາເມລິກາ ຈະຈັດການສະເຫຼີມສະຫຼອງ 20 ປີແຫ່ງການຫັນການພົວພັນເປັນປົກກະຕິ. ປະຈຸບັນ ມີບາງບັນຫາເຊິ່ງ 2 ປະເທດຕ້ອງໄດ້ຮັບການແກ້ໄຂ ແລະ 2 ຝ່າຍພວມຊອກຫາມາດຕະການແກ້ໄຂຕາມລັກສະນະສ້າງສັນ. ພິເສດແມ່ນສັນຍາຄູ່ຮ່ວມມືເສດຖະກິດຍຸດທະສາດຂ້າມປາຊີຟິກ (TPP). ນີ້ບໍ່ພຽງແຕ່ແມ່ນສັນຍາທີ່ດີສຳລັບດ້ານເສດຖະກິດລະຫວ່າງ 2 ປະເທດເທົ່ານັ້ນ ຫາກຍັງມີຄວາມໝາຍສຳຄັນຍິ່ງສຳລັບປະເທດຕ່າງໆກ່ຽວກັບດ້ານຍຸດທະສາດອີກດ້ວຍ. ທ່ານສະມາຊິກສະພາສູງ Bob Corker ໃຫ້ຮູ້ວ່າ ກ່ຽວກັບຝ່າຍອາເມລິກາ, ໃນເດືອນ 11 ຈະມາເຖິງ ຈະຈັດການເລືອກຕັ້ງສະພາສູງ. ສະນັ້ນ, ເພື່ອສຳເລັດ TPP ໂດຍໄວ, ພາຍຫຼັງການເລືອກຕັ້ງອາເມລິກາ ຈະສຸມໃສ່ເພື່ອມີຂໍ້ຕົກລົງສຸດທ້າຍກ່ຽວກັບສັນຍາດັ່ງກ່າວ ແລະ ສຳເລັດໃນຮອບເວລາແຕ່ 12 – 18 ເດືອນອີກ. ທ່ານສະມາຊິກສະພາສູງ Bob Corker ກໍ່ໃຫ້ຮູ້ວ່າ ສະພາແຫ່ງຊາດອາເມລິກາ ໄດ້ຮັບຮອງເອົາສັນຍາສະໜອງນິວເຄຼຍພົນລະເມືອງ (ສັນຍາ 123) ແລະ ຈະມີຜົນສັກສິດໃນ 2 – 3 ມືຈະມາເຖິງ. ສັນຍາກໍ່ຈະປະກອບສ່ວນນຳການພົວພັນຮ່ວມມືລະຫວ່າງ 2 ປະເທດຫວຽດນາມ - ອາເມລິກາຂຶ້ນສູ່ລະດັບສູງໃໝ່.