(vovworld) – ທ່ານສະມາຊິກສະພາຕຳ່ ອາເມລິກາ Eni Falemavaega, ສະມາຊິກຂັ້ນສູງຂອງກຳມາທິການການຕ່າງປະເທດ ສະພາຕຳ່ ອາເມລິກາ, ວັນທີ 7/4 ໄດ້ອອກຖະແຫຼງການຊົມເຊີຍບົດລາຍງານກວດກາປະຈຳ (UPR) ໄລຍະ 2 ຂອງ ຫວຽດນາມ ທີ່ສະພາສິດທິມະນຸດ ສປຊ ຮັບຮອງເອົາເມື່ອວັນທີ 8/2 ເວລາຜ່ານມາຢູ່ ເຊີແນວ, ປະເທດສະວິດ.
ຖະແຫຼງການຂອງສະມາຊິກສະພາຕຳ່ Falemavaega ຊີ້ແຈ້ງການປະຕິບັດສິດເສລີໃນການປາກເວົ້າ, ສື່ມວນຊົນ ແລະ ສື່ຂ່າວຢູ່ ຫວຽດນາມ ທີ່ໄດ້ສະແດງໃຫ້ເຫັນຜ່ານຈຳນວນໜັງສືພິມ, ສິ່ງພິມ, ບັນດາຊ່ອງໂທລະພາບ, ວິທະຍຸກະຈາຍສຽງ, ແລະ ເນັ້ນໜັກສິດເສລີສ້າງຕັ້ງສະມາຄົມ ທີ່ໄດ້ຮັບຮູ້ໃນລັດຖະທຳມະນູນ ແລະ ໄດ້ຮັບການປົກປ້ອງຈາກກົດໝາຍ. ນອກຈາກນັ້ນ, ທ່ານສະມາຊິກສະພາຕຳ່ Falemavaega ກໍ່ຢືນຢັນ ຫວຽດນາມ ຍັງບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງກ່ຽວກັບດ້ານເສດຖະກິດ, ສາທາລະນະສຸກ, ການສຶກສາ, ຄວາມສະເໝີພາບລະຫວ່າງ ຍິງ ຊາຍ ແລະ ບັນດາຂົງເຂດອື່ນໆອີກ. ທ່ານສະມາຊິກສະພາຕຳ່ Falemavaega ກໍ່ຕີລາຄາສູງຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຮ່ວມມືສາກົນກ່ຽວກັບສິດທິມະນຸດ, ໃນນັ້ນມີເລື່ອງ ຫວຽດນາມ ມີບັນດາການໂອ້ລົມສົນທະນາກ່ຽວກັບສິດທິມະນຸດປະຈຳປີ ກັບບັນດາຄູ່ຮ່ວມມືຄື: ອາເມລິກາ ແລະ ສະຫະພາບ ເອີລົບ.
ແລະກໍ່ໃນວັນດຽວກັນ, ສະພາຕຳ່ ອາເມລິກາ ໄດ້ອອກບົດບັນທຶກຮັບຮູ້ຂອງ ສະພາແຫ່ງຊາດ ຊຶ່ງໄດ້ນຳຖະແຫຼງການດັ່ງກ່າວຂອງທ່ານສະມາຊິກສະພາຕຳ່ Falemavaega ເຂົ້ານຳໃຊ້ເປັນເອກະສານທາງການຂອງສະພາຕຳ່ ອາເມລິກາ.