(vovworld) - ຕອນບ່າຍວັນທີ 30/1, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງລະດັບລັດກ່ຽວກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ” ຈັດຕັ້ງການສະຫຼຸບບັ້ນເຄື່ອນໄຫວ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນທ້ຽນເຍີນ ຢັ້ງຢືນວ່າ: ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ” ແມ່ນບັ້ນດຳເນີນຊີວິດການເມືອງທີ່ມີລັກສະນະທົ່ວປະເທດ, ທົ່ວກອງທັບ ແລະ ມີກຳລັງແຜ່ຂະຫຍາຍທີ່ໄດ້ຮັບການຮັບຮູ້ - ຕີລາຄາສູງຈາກສັງຄົມ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ສະເໜີວ່າ: ນະຄອນຫຼວງ ຮ່າໂນ້ຍ ຈະມີການກຳນົດກ່ຽວກັບການລົງທຶນ, ບຸລະນະປະຕິສັງຂອນ, ຍົກລະດັບບັນດາປູຊະນີຍະສະຖານປະຫວັດສາດທີ່ກ່ຽວຂ້ອງເຖິງ ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ” ດ້ວຍຂອບຂະໜາດ, ຮູບແບບເໝາະສົມເພື່ອນຳໃຊ້ຢ່າງມີປະສິດທິຜົນ, ຍາວນານ, ຮັບໃຊ້ການທ່ອງທ່ຽວກໍ່ຄືການສຶກສາອົບຮົມມູນເຊື້ອໃຫ້ແກ່ລຸ້ນໜຸ່ມ. ບັນດາກະຊວງ, ຂະແໜງການ, ທ້ອງຖີ່ນຕ່າງໆ ທີ່ກ່ຽວຂ້ອງຄວນສືບຕໍ່ຊີ້ນຳເລື່ອງເກັບກຳເອກະສານ, ເກັບມ້ຽນວັດຖຸພັນຕ່າງໆທີ່ກ່ຽວຂ້ອງເຖິງໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ” ເພື່ອເກັບຮັກສາ, ຮັບໃຊ້ວຽກງານຄົ້ນຄ້ວາ, ຮຳ່ຮຽນ, ໂຄສະນາ ແລະ ສຶກສາມູນເຊື້ອໃຫ້ລຸ້ນຫຼັງ.