(vovworld) – ຕອນເຊົ້າວັນທີ 13/08, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ເປັນປະທານກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນດທົ່ວປະເທດ ສະຫຼຸບ 3 ປີແຫ່ງການປະຕິບັດມະຕິກ່ຽວກັບໂຄງການເຄື່ອນໄຫວຂອງລັດຖະບານ ປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກຊຸດທີ 11 “ບາງບັນຫາກ່ຽວກັບນະໂຍບາຍສັງຄົມໄລຍະ 2012 - 2020”. ເຂົ້າຮ່ວມກອງປະຊຸມມີທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ການນຳບາງກະຊວງ, ຂະແໜງການ, ການນຳແຂວງ, ນະຄອນສັງກັດສູນກາງ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກຄວາມປາດຖະໜາວ່າ ການນຳບັນດາກະຊວງ, ຂະແໜງການ, ທ່ອງຖິ່ນຕ່າງໆ ສຸມໃສ່ໄຈ້ແຍກ, ຕີລາຄາບັນດາຜົນງານທີ່ບັນລຸໄດ້ ໃນການປະຕິບັດມະຕິ ເພື່ອສືບຕໍ່ເສີມຂະຫຍາຍ, ທັງວາງທິດທາງ, ໜ້າທີ່ເພື່ອປະຕິບັດບັນດານະໂຍບາຍສັງຄົມໃນໄລຍະຈະມາເຖິງໃຫ້ດີກວ່າເກົ່າ.
ບົດລາຍງານຂອງຄະນະຊີ້ນຳສູນກາງ ປະຕິບັດມະຕິລັດຖະບານ ຢືນຢັນວ່າ, ມະຕິປະກາດໃຊ້ໃນວັນທີ 01/06/2012 ຂອງຄະນະບໍລິການງານສູນກາງພັກຊຸດທີ 11 “ບາງບັນຫາກ່ຽວກັບນະໂຍບາຍສັງຄົມໄລຍະ 2012 - 2020” ແມ່ນແຜນນະໂນບາຍໃຫຍ່ຂອງພັກ, ຖືກກັບຈິດໃຈຂອງປະຊາຊົນ, ເຮັດໃຫ້ຄວາມຮັບຮູ້ຂອງພະນັກງານ, ສະມາຊິກພັກ, ທຸກຂັ້ນ… ໃນການສ້າງ ແລະ ປະຕິບັດນະໂຍບາຍສຳລັບຜູ້ມີຄຸນງາມຄວາມດີ, ຫຼຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນຊີວິດສັງຄົມຫັນປ່ຽນຢ່າງແຮງ. ເຖິງວ່າມະຕິຫາກໍໄດ້ຮັບການປະຕິບັດເປັນເວລາ 3 ປີກໍຕາມ, ແຕ່ບັນລຸໄດ້ບັນດາຜົນງານ ແລະ ສ້າງການຫັນປ່ຽນຢ່າງຕັ້ງໜ້າໃນວຽກງານທຸກຢ່າງ.