|
(vovworld) - ຕອນບ່າຍວັນທີ 4/12 ຢູ່ ນະຄອນຫລວງ ວຽງຈັນ, ຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະຫລຸບການເສັງຊອກຮູ້ກ່ຽວກັບມູນເຊື້ອແຫ່ງການພົວພັນສາມັກຄີແບບພິເສດ ລາວ ແລະ ຫວຽດນາມ. ເຖິງວ່າ ໄລຍະເວລາບໍ່ຫລາຍກໍຕາມ, ແຕ່ການເສັງໄດ້ດຶງດູດປະຊາຊົນທຸກຊັ້ນວັນນະໃນສັງຄົມເຂົ້າຮ່ວມເປັນຈຳນວນຫລວງຫລາຍ, ສະແດງໃຫ້ເຫັນອາລົມຈິດຢ່າງເລິກເຊິ່ງລະຫວ່າງສອງຊາດ. ຄະນະຈັດຕັ້ງໄດ້ຮັບບົດບັນທຶກ 100 ບົດ, ເລື່ອງສັ້ນ, ບົດກາບກອນ 25 ບົດ ແລະ ບົດເສັງນັບພັນບົດທີ່ເຂົ້າຮ່ວມການເສັງຊອກຮູ້ກ່ຽວກັບມູນເຊື້ອປະຫວັດສາດແຫ່ງສາຍພົວພັນລະຫວ່າງ ລາວ ແລະ ຫວຽດນາມ. ບົດເສັງດັ່ງກ່າວລ້ວນແຕ່ເວົ້າເຖິງອາລົມຈິດ ຄວາມສາມັກຄີຢ່າງສະຫນິດແຫນ້ນລະຫວ່າງສອງປະເທດ ໃນໄລຍະຕໍ່ຕ້ານປົດປ່ອຍຊາດກ່ອນນີ້ ແລະ ມີບາງບົດເສັງເວົ້າເຖິງການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໃນໄລຍະປະຈຸບັນ. ການເສັງດັ່ງກ່າວແມ່ນການເຄື່ອນໄຫວຂຳ່ນັບຊົມເຊີຍປີສາມັກຄີມິດຕະພາບ ລາວ ຫວຽດນາມ, ຫວຽດນາມ ລາວ 2012 ພ້ອມທັງກະກຽມໃຫ້ແກ່ງານພົບປະແລກປ່ຽນ ລະນຶກມູນເຊື້ອແຫ່ງການພົວພັນລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ທີ່ພິທີສະຫລຸບປີສາມັກຄີມິດຕະພາບ ລາວ ຫວຽດນາມ, ຫວຽດນາມ - ລາວ 2012.