(vovworld) – ໃນບົດລາຍງານປະກາດເມື່ອວັນທີ 27/08, ຢູ່ເຊີແນວ, ປະເທດຊະວິດ, ບັນດາຜູ້ສືບສວນຂອງສະຫະປະຊາຊາດຢືນຢັນວ່າ ທັງລັດຖະບານຊີຣີ ແລະ ບັນດາມືປືນທີ່ຂຶ້ນກັບລັດອິດສລາມ (IS) ໄດ້ກ່າວອ້າງວ່າ ເປັນອາດສະຍາກຳສົງຄາມ ແລະ ອາດສະຍາກຳຕ້ານມະນຸດ. ຕາມບົດລາຍງານດັ່ງກ່າວ, ບັນດາກຳລັງຂອງ IS ເຄື່ຶອນໄຫວຢູ່ຊີຣີ ພວມປຸກລະດົມການເຄື່ອນໄຫວກໍ່ຄວາມຢ້າມກົວ, ລວມທັງການທໍລະມານ ແລະ ເຂັ່ນຂ້າຢ່າງເປີດເຜີຍ. ໃນຂະນະນັ້ນ, ເດືອນ 04/2014 ຜ່ານມາກອງທັບລັດຖະບານຊີຣີ ໄດ້ວາງລະເປີດລົງໃສ່ເຂດຊຸມຊົນ 8 ຄັ້ງ ໃນນັ້ນມີລະເບີດບາງລູກຖືກຖືວ່າມີທາດພິດເຄມີ. ອີກຄັ້ງໜຶ່ງ, ບັນດານັກສືບສວນໄດ້ຮຽກຮ້ອງສະພາຄວາມໝັ້ນຄົງສະຫະປະຊາຊາດ ນຳບັນດາກໍ່ລະນີການລະເມີດຢູ່ຊີຣີ ຂຶ້ນສານອາຍາສາກົນ (ICC) ເພື່ອພິພາກສາ.