ສະຫະປະຊາຊາດຈັດຕັ້ງ ສະເຫຼີມສະຫຼອງວັນແມ່ ຍິງສາກົນ
ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki Mun
(ພາບ: ອີນເຕີເນັດ)
|
(vovworld) - ເນື່ອງໃນໂອກາດແມ່ຍິງສາກົນ 8/3, ວັນທີ 7/3, ສະຫະປະຊາຊາດຈັດຕັ້ງກອງປະຊຸມ ດ້ວຍຫົວຂໍ້ວ່າ “ມອມສິດໃຫ້ແມ່ຍິງຊົນນະບົດ - ລົບລ້າງຄວາມອຶດຫິວຄວາມທຸກຍາກ”, ເຊິ່ງຮຽກຮ້ອງໃຫ້ວົງຄະນະຍາດສາກົນ ມອບສິດໃຫ້ແກ່ແມ່ຍິງໃນວິວັດການສ້າງສາ ແລະ ພັດທະນາສັງຄົມຫຼາຍກ່ວາອີກ, ພິເສດແມ່ນແມ່ຍິງເຂດຊົນນະບົດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki Mun ໄດ້ກະຕຸກຊຸກຍູ້ວົງຄະນະຍາດສາກົນ ຄວນເພີ່ມທະວີຄວາມມານະພະຍາຍາມໃນການໜູນຊ່ວຍແມ່ຍິງ ແລະ ເດັກສາວທີ່ດຳລົງຊີວິດ ຢູ່ເຂດຊົນນະບົດໃນທົ່ວໂລກ. ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki Mun ຖືວ່າ, ແມ່ຍິງນັບມື້ນັບໄດ້ຮັບສິດຫຼາຍກ່ວາ, ມີຄວາມສະເໝີພາບກັບແພດຊາຍກ່ວາ, ເດັກສາວຫຼາຍຄົນໄດ້ໄປໂຮງຮຽນ, ໄດ້ຮັບຄວາມເອົາໃຈໃສ່ທາງດ້ານສຸຂະພາບ ແລະ ຈິດໃຈ, ຈຳນວນແມ່ຍິງເຮັດວຽກໃນລັດຖະບານປະເທດຕ່າງໆກໍ່ນັບມື້ນັບຫຼາຍຂຶ້ນ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ເນັ້ນໜັກວ່າ: “ເນື່ອງໃນໂອກາດວັນແມ່ຍິງສາກົນ, ຂ້າພະເຈົ້າກະຕຸກຊຸກຍູ້ລັດຖະບານປະເທດຕ່າງໆ, ບັນດາອົງການ ແລະ ສ່ວນບຸກຄົນຈົ່ງໝັ້ນໝາຍປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຊຸກຍູ້ສິດອັນເປັນພື້ນຖານຂອງແມ່ຍິງ, ເພື່ອສິດຜົນປະໂຫຍດລວມຂອງສັງຄົມ. ຄວາມເກັ່ງກ້າສາມາດ ແລະ ກຳລັງແຮງຂອງແມ່ຍິງແມ່ນຕົວແທນໃຫ້ແກ່ບັນດາແຫຼ່ງກຳລັງທຳມະຊາດ ແລະ ມີຄວາມສຳຄັນ”