ສະຫະປະຊາຊາດຊົມເຊີຍຄຳສັ່ງຢຸດຍິງມະນຸດສະທຳຢູ່Yemen

ສະຫະປະຊາຊາດຊົມເຊີຍຄຳສັ່ງຢຸດຍິງມະນຸດສະທຳຢູ່Yemen - ảnh 1
(ທ່ານ​ເລຂາທິການ​​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon)

(vovworld) -  ວັນ​ທີ 26/07, ທ່ານ​ເລຂາທິການ​​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon ​ໄດ້​ຊົມ​ເຊີຍ​ແຈ້ງ​ການ​ຂອງ​ທະຫານ​ປະສົ​ມອາ​ຣັບ ທີ່ຢຸດຍິງພຽງ​ລຳພັງ​ຝ່າຍ​ດຽວ​​ໃນ​ເວລາ 5 ວັນ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ການ​​ເຄື່ອນ​ໄຫວ​ມະນຸດສະທຳ​ຢູ່ Yemen. ຄຳ​ສັ່ງ​ຢຸດ​ຍິງ​ເລີ່​ມ​ແຕ່ 0 ​​ໂມງວັນ​ທີ 27/07 (ຕາມ​ເວລາ​ທ້ອງ​ຖິ່ນ). ​ໃນ​ແຈ້ງ​ການ​ໜຶ່ງ, ທ່ານ​ເລຂາທິການ​ໃຫຍ່ Ban Ki Moon  ​ໄດ້​ຮຽກ​ຮ້ອງ​ໃຫ້ພວກ​ກະບົດ Houthi ​ແລະ ທຸກ​ຝ່າຍທ່ີກ່ຽວຂ້ອງ​ຮັບ​ຮູ້ ​ແລະ ປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ​ມະນຸດສະທຳ “​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ Yemen”, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ນັກ​ເຄື່ອນ​ໄຫວ​ມະນຸດສະທຳ​ສຳ​ພັດ​ກັບ​ປະຊາຊົນ​ທີ່​ພວມ​ຕ້ອງການ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ.

   ແຕ່​ວ່າ, ພາຍຫຼັງຄຳ​ສັ່ງ​ຢຸດ​ຍິງ​ມີ​ຜົນ​ສັກສິດ, ບັນດາ​ມື​ປືນ Houthi ​ໄດ້​ບຸກ​ໂຈມ​ຕີ​ຫຼາຍ​ແຫ່ງ, ​ໃນ​ນັ້ນ​ມີ​ນະຄອນຫຼວງ Sanaa ​ແລະ ​ແຂ​ວງ Taiz.

ຂ່າວ/ບົດ​ອື່ນ