ສະຫະປະຊາຊາດຕີລາຄາສູງບົດບາດຂອງຫວຽດນາມຢູ່ສະຫະປະຊາຊາດ
ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໋ອງ (ນັ່ງຢູ່ເຄິງກາງ)
(ພາບປະກອບ: TTXVN)
(vovworld) - ຕອນບ່າຍວັນທີ 14/02, ຢູ່ສຳນັກງານສະຫະປະຊາຊາດທີ່ນິວຢອກ, ປະເທດອາເມລິກາ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໋ອງ ໄດ້ມີການພົບປະແລກປ່ຽນກັບທ່ານນາງ Maria Luiza Riverio Viotti, ຫົວໜ້າຫ້ອງການເລຂາທິການໃຫຍ່ສະຫະປະຊາຊາດ. ທີ່ການພົບປະ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ແຈ້ງໃຫ້ທ່ານນາງ Riverio Viotti ຮັບຊາບກ່ຽວກັບສະພາບດ້ານການການເມືອງ, ເສດຖະກິດຂອງຫວຽດນາມ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໃຫ້ຮູ້ວ່າ, ພາຍຫຼັງ 30 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ບັນລຸໄດ້ບັນດາຜົນງານຢ່າງໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ, ເຮັດໃຫ້ມີການປ່ຽນແປງຊີວິດການເປັນຢູ່ຂອງປະຊາຊົນໃນທຸກດ້ານ; ເສດຖະກິດໄດ້ຮັບການເຕີບໂຕຢູ່ໃນລະດັບສູງພໍສົມຄວນ, ສະພາບການດ້ານການເມືອງ ແລະ ສັງຄົມມີສະຖຽນລະພາບ, ການພົວພັນການຕ່າງປະເທດໄດ້ຮັບການເປີດກວ້າງ ແລະ ທີ່ຕັ້ງບົດບາດຂອງຫວຽດນາມ ນັບມື້ນັບໄດ້ຍົກສູງຂຶ້ນໃນເວທີສາກົນ. ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານ ຕ່ອງທິຟ໋ອງ ໄດ້ຝາກຄຳເຊື້ອເຊີນທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonia Guterres ມາຢ້ຽມຢາມຫວຽດນາມ ໃນປີ 2017 ຜ່ານທ່ານນາງ Riverio Viotti, ພິເສດແມ່ນໃນໂອກາດເຂົ້າຮ່ວມກອງປະຊຸມ APEC…
ສ່ວນທ່ານນາງ Riverio Viotti ໄດ້ຕີລາຄາສູງບົດບາດຂອງຫວຽດນາມ ໃນສະຫະປະຊາຊາດ ແລະ ທ່ານໄດ້ເນັ້ນໜັກວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນທີ່ສຸດໃນພາກພື້ນ. ຫວຽດນາມ ພວມ ແລະ ຈະມີບັນດາການປະກອບສ່ວນທີ່ຕັ້ງໜ້າເຂົ້າໃນວິວັດທະນາການຫັນບັນດາເປົ້າໝາຍພັດທະນາແບບຍືນຍົງໃນໂຄງການດຳເນີນງານ 2030 ໃຫ້ປະກົດຜົນເປັນຈິງ. ກໍ່ທີ່ການພົບປະ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານນາງຫົວໜ້າຫ້ອງການເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ພ້ອມກັນແລກປ່ຽນກ່ຽວກັບບັນດາສິ່ງທ້າທາຍທັງຢູ່ພາຍໃນ ແລະ ພາຍນອກສຳລັບ ການພັດທະນາຂອງຫວຽດນາມ.