ສະຫະປະຊາຊາດຢືນຢັນຍັງບໍ່ທັນມີຮອບການເຈລະຈາໃໝ່ຕື່ມອີກກ່ຽວກັບຊີຣີ

ສະຫະປະຊາຊາດຢືນຢັນຍັງບໍ່ທັນມີຮອບການເຈລະຈາໃໝ່ຕື່ມອີກກ່ຽວກັບຊີຣີ - ảnh 1
​ທ່ານ Staffan de Mistura ທູດ​ພິ​ເສດ​​ຂອງ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບຊີ​ຣີ
(ພາບ: EPA/TTXVN)

(vovworld) - ​ ໃນ​ວັນ​ທີ 26/5, ກ່າວ​ຄວາມ​ເຫັນ​ ໃນ​ວາ​ລະ​ ປະ​ຊຸມ​ ຂອງ​ສ​ະ​ພາ​ຄວາມ​ໝັ້ນ​ຄົງ, ​ທ່ານ Staffan de Mistura ທູດ​ພິ​ເສດ​​ຂອງ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບຊີ​ຣີ ໃຫ້​ຮູ້​ວ່າ: ທ່ານບໍ່​ມີ​ແຜນຮຽກ​ໂຮມ ການເຈ​ລະ​ຈ​າ​​ຮອບໃໝ່​ ກ່ຽວ​ກັບ​ຊີ​ຣີ ໃນ​ 2 ຫຼື 3 ອາ​ທິດ​ຈະ​ມາ​ເຖິງ. ທ່ານ Mistura ຖື​ວ່າ: ຕ້ອງ​ມີຄວາມ​ຄືບ​ໜ້າຫຼາຍ​​ຢ່າງກວ່າ​ອີກ ໃນ​ການ​ຄຳ​ສັ່ງ​ຢຸດ​ຍິງ ​ແລະ ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ​ ກ່ອນ​ທີ່​ຈະ​ດຳ​ເນີນການ​ເຈ​ລະ​ຈາ​ຮອບ​ຕ່າງໆ​ຄືນ​ໃໝ່.

        ໃນ​ວັນ​ທີ 27/5, ບັນ​ດາ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ຢູ່ Geneva, ສະ​​ວິດ ໂດຍ​ສະ​ຫະ​ປະ​ຊາ​ຊາດ ເປັນ​​ຄົນກາງ​ໄກ່​ເກ່ຍ ລ​ະ​ຫວ່າງ ລັດ​ຖະ​ບານ​ຊີ​ຣີ ແລະ ບັນ​ດາ​ກຸ່ມ​​ກົງ​ກັນ​ຂ້າມ ໄດ້​ສີ້ນ​ສຸດ​ລົງ ແຕ່ບໍ່​ມີ​ບາດ​ກ້າວ​ບຸກ​ທະ​ລຸ​ໃດ​ໆ. ຫາງ​ສຽງຫວັງ​ວ່າ ຈະ​ມີ​ການ​ເຈ​ລະ​ຈາຮອບ​ໃໝ່​ຕື່ມ​ອີກ ໃນ​ທ້າຍ​ເດືອນ 5, ເຖິງ​ຢ່າງ​ໃດ​ກໍ່​ຕາມ, ການ​ປະ​ທະ​ກັນ​​ໄດ້​ເປັນ​ສິ່ງ​ທີ່​ກີດ​ຂວາງຄວາມ​ມາ​ນະ​ພະ​ຍາ​ຍາມ​​ຂອງ​ຝ່າຍ​​ຢູ່ຊີ​ຣີ ​ໃນ​ການ​ເຂົ້າ​ຮ່ວມ​ການເຈ​ລະ​ຈາ.

ຂ່າວ/ບົດ​ອື່ນ