ສະຫະປະຊາຊາດສົ່ງເຄື່ອງຊ່ວຍເຫຼືອເຖິງລີບີ

ສະຫະປະຊາຊາດສົ່ງເຄື່ອງຊ່ວຍເຫຼືອເຖິງລີບີ - ảnh 1
(ພາບປະກອບ)

​(vovworld) – ວັນ​ທີ 22/05, ຂະ​ບວນລົດ​ໂອ​ໂຕ​ຂົນ​ສົ່ງເຄື່ອງຊ່ວຍ​ເຫຼືອມະນຸດສະທຳ​ຂອງ​ສະຫະ​ປະຊາ​ຊາດ ​ໄດ້​​ເດີນ​ອອກ​ຈາກ Tunisia ​ເຖິງ​ເຂດ​ທາງທິດຕາ​ເວັນ​ຕົກ​ລີ​ບີ ​ເພື່ອ​ໜູນ​ຊ່ວຍ​ໃຫ້​ປະຊາຊົນ​ປະ​ມານ 51.000 ຄົນ​ທີ່​ຖືກ​ສູນ​ເສຍ​ເຮືອນ​ຢູ່ ຍ້ອນ​ການ​ປະ​ທະ​ກັນ​ຢູ່​ປະ​ເທດ​ອາ​ຟະ​ລິ​ກາ​ເໜືອ​ນີ້. ​ນີ​້ແມ່ນ​ຈຳນວນ​ເຄື່ອງຊ່ວຍ​ເຫຼືອທີ່​ສະ​ຫງວນ​ໃຫ້​ປະຊາຊົນ​ບໍ່​​ໄດ້​ຮັບທັນ​ຍາຫານ​ຊ່ວຍ​ເຫຼືອ​ຢ່າງ​ຄົບ​ຖ້ວນ. ​ໃນ​ເດືອນ 04/2015 ອົງການ​ກາ​ຊິກວົງ​ເດືອນ​ແດງ​ສາກົນ ລີ​ບີ ​ໃຫ້​ຮູ້​ວ່າ, ການ​ໃຊ້​ຄວາມ​ຮຸ້ນ​ແຮງ ​ແລະ ຂາດ​ສະຖຽນ​ລະ​ພາບ​ສືບ​ຕໍ່​ເກີດ​ຂຶ້ນ​ໃນ​ຫຼາຍ​ປີຜ່ານມາ ​ໄດ້​ເຮັດ​​ໃຫ້​ປະຊາຊົນ​ລີ​ບີ ນັບ ​ແສນ​ຄົນ ຕ້ອງ​ປະລະ​ເຮືອນ​ຊານ.

ຂ່າວ/ບົດ​ອື່ນ