ສະຫະປະຊາຊາດ ຈັດຕັ້ງ ສະເຫຼີມສະຫຼອງ “ ວັນສັນຕິພາບໂລກ ”
ທ່ານເລຂາທິການໃຫຍ່ ສ.ປ.ຊ Ban Ki Moon ພ້ອມກັບເຈົ້າໜ້າທີຂັ້ນສູງຂອງ ສ.ປ.ຊ ອີກຫຼາຍທ່ານ ແລະ ເດັກນ້ອຍ ສົ່ງສານຮຽກຮ້ອງໃຫ້ມີສັນຕິພາບໃນໜ່ວຍໂລກ. (ພາບ: UN )
|
Vovworld- ວັນທີ 21/9 ອົງການ ສ.ປ.ຊ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ “ ວັນສັນຕິພາບໂລກ ” (21/9) ຊຶ່ງແມ່ນວັນທົ່ວໂລກສາມັກຄີກັນຕໍ່ສູ້ຕ້ານສົງຄາມ ແລະ ການໃຊ້ຄວາມຮຸນແຮງ. ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ສ.ປ.ຊ Ban Ki Moon ພ້ອມກັບເຈົ້າໜ້າທີຂັ້ນສູງຂອງ ສ.ປ.ຊ ອີກຫຼາຍທ່ານ ແລະ ເດັກນ້ອຍທີ່ຖືສັນຊາດແຕກຕ່າງກັນເປັນຈຳນວນຫຼວງຫຼາຍໄດ້ພ້ອມກັນທຳພິທີອັນເປັນມູນເຊື້ອໃນບໍລິເວັນສຳນັກງານອົງການ ສ.ປ.ຊ ທີ່ນະຄອນນິວຢອກແຫ່ງສະຫະລັດອາເມລິກາ, ເພື່ອສົ່ງສານຮຽກຮ້ອງໃຫ້ມີສັນຕິພາບໃນໜ່ວຍໂລກ. ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານເລຂາທິການໃຫຍ່ ສ.ປ.ຊ Ban Ki Moon ເນັ້ນໜັ້ກວ່າ ສົງຄາມ ແລະ ການປະທະກັນດ້ວຍອາວຸດ ໄດ້ມ້າງເພທຳລາຍບັນດາພື້ນຖານ ແລະ ເງື່ອນໄຂທຸກຢ່າງເພື່ອພັດທະນາ. ທຸກໆແຫຼ່ງ ຊັບພະຍາກອນແມ່ນຄວນຮັບໃຊ້ໃຫ້ແກ່ຜົນປະໂຫຍດຂອງມະນຸດ, ຫາກບໍ່ແມ່ນນຳໃຊ້ໃຫ້ແກ່ສົງຄາມ. ຕາມທ່ານເລຂາທິການໃຫຍ່ ສ.ປ.ຊ Ban Ki Moon ແລ້ວ, ທຸກໆຄົນຈົ່ງສົ່ງຄຳຮຽກຮ້ອງຢ່າງແຂງແຮງກ່ວາເຖິງບັນດາອິດທິກຳລັງກະຫາຍສົງຄາມ, ຫົວຮຸນແຮງ ຊຶ່ງພວມກໍ່ຄວາມບາດເຈັບລົ້ມຕາມຢ່າງຫຼວງຫຼາຍໃຫ້ແກ່ມວນມະນຸດ .