ສະຫະປະຊາຊາດ ຊຸກຍູ້ບັນດາ ນະໂຍບາຍ ຟື້ນຟູເສດຖະກິດໂລກ
ຫ້ອງປະຊຸມຂອງສະພາຄວາມໝັ້ຍຄົງ ສປຊ
(ພາບ: tuoitre.vn)
|
( vovworld ) – ສະຫະປະຊາຊາດ (ສປຊ) ໄດ້ຮຽກຮ້ອງໃຫ້ລັດຖະບານປະເທດຕ່າງໆ ຈົ່ງຊຸກຍູ້ບັນດານະໂຍບາຍສົມທົບກັນ ແລະ ມີປະສິທິຜົນ ເພື່ອຈັດໃຫ້ພື້ນຖານເສດຖະກິດໂລກເຂົ້າໃນເສັ້ນທາງຈະເລີນເຕີບໂຕ ແລະ ພັດທະນາແບບຍືນຍົງ. ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງພິເສດລະຫວ່າງສະພາເສດຖະກິດສັງຄົມ ສປຊ ຫລື ECOSOC, ທະນາຄານໂລກ ຫລື WB, ກອງທຶນເງິນຕາສາກົນ ຫລື IMF, ອົງການການຄ້າໂລກ ຫລື WTO ແລະ ກອງປະຊຸມ ສປຊ ກ່ຽວກັບການຄ້າຂາຍ ແລະ ການພັດທະນາ ຫລື UNCTAD, ທ່ານ Milos Koterec ປະທານ ECOSOC ເນັ້ນໜັກວ່າ ເລື່ອງຊຸກຍູ້ປະສິທິດຜົນການຈະເລີນເຕີບໂຕດ້ານເສດຖະກິດແບບຍືນຍົງ, ທົວໄປ ແລະ ສະເໝີພາບ, ສ້າງວຽກເຮັດງານທຳໃຫ້ແກ່ຫຼາຍຄົນ ກໍຄືເພີ່ມທະວີການລົງທຶນ ແລະ ດຳເນີນທຸລະກິດ ຮຽກຮ້ອງໃຫ້ມີການກະທຳໃນຫຼາຍຂົງເຂດຢ່າງກ້ວາງຂວາງຢູ່ທັງລະດັບຊາດ ແລະ ສາກົນ. ໃນສະເພາະໜ້າ, ປະເທດຕ່າງໆຕ້ອງສົມທົບບັນດາການຊຸກຍູ້ເສດຖະກິດ ລວມມີທັງບັນດາມາດຕະການສ້າງວຽກເຮັດງານທຳໃຫ້ຫຼາຍຄົນ. ແລະ ກໍໃນກອງປະຊຸມ, ທ່ານເລຂາທິການໃຫ່ຍ ສປຊ ບານກີມູນ ໄດ້ເນັ້ນໜັກພິເສດເຖິງຄວາມສຳຄັນຂອງການສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ ໃນສະພາບການປະຈຸບັນຊາວໜຸ່ມກ່ວາ 75 ລ້ານຄົນໃນໂລກບໍ່ທັນມີວຽກເຮັດງານທຳ. ທ່ານຖືວ່າ ບັນດານະໂຍບາຍຄວນສຸມໃສ່ໜູນຊ່ວຍບັນດາບໍລິສັດຂະໜາດກາງ ແລະ ນ້ອຍ ຍ້ອນວ່າ ນີ້ແມ່ນແຫຼ່ງສ້າງວຽກເຮັດງານທຳ ແລະ ບັນດາໂອກາດເພີ່ມລາຍຮັບ.