ສະຫະປະຊາຊາດ ຊຸກຍູ້ ລະບົບສົນທິສັນຍາສາກົນ ກ່ຽວກັບສິດທິມະນຸດ

ສະຫະປະຊາຊາດ ຊຸກຍູ້ ລະບົບສົນທິສັນຍາສາກົນ ກ່ຽວກັບສິດທິມະນຸດ - ảnh 1
ພາບປະກອບ

(vovworld) – ວັນ​ທີ 2/4, ຢູ່​​ສຳນັກງານ​ສະຫະ​ປະຊາ​ຊາດ​ທີ່ນິວຢອກ ​ແຫ່ງ​ປະ​ເທດອາ​ເມ​ລິ​ກາ, ຂ້າ​ຫຼວງ​ໃຫຍ່​ກ່ຽວ​ກັບ​ສິດທິ​ມະນຸດ ​ຂອງ​ສະຫະ​ປະຊາ​ຊາດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ປະກອບ​ຄຳ​ເຫັນ​ບັນດາ​ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ອົງການ​ສາກົນ ​ເພື່ອ​ແນ​ໃສ່​ຊຸກຍູ້​ລະບົບ​ສົນ​ທິສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ມະນູ​ດ. ທ່ານ​ເອກ​ອັກຄະ​ລັດຖະທູດ​ Le Hoai Trung, ຫົວໜ້າ​ຄະນະ​ຜູ້​ຕາງໜ້າ​ຫວຽດນາມ​ປະຈຳ​ສະຫະ​ປະຊາ​ຊາດເຂົ້າ​ຮ່ວມ ​ແລະ ​ເປັນ​ປະທານ​ວາລະ​ປຶກສາ​ຫາລື​ທຳ​ອິດ​ຂອງ​ກອງ​ປະຊຸມ. ທ່ານ​ເອກ​ອັກຄະ​ລັດຖະທູດ Le Hoai Trung ​ໃຫ​້ຮູ້​ວ່າ: ສຳລັບ​ຫວຽດນາມ​ແລ້ວ, ຮັບປະກັນ​ສິດທິ​ມະນູ​ດ​ແມ່ນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ທີ່​ໄດ້​ສະ​ແດງ​ອອກຜ່ານດ້ານ​ກົດໝາຍ​ກໍ​ຄື​ບັນດາ​ກົນ​ໄກ​ປະຕິບັດ. ຫວຽດນາມ ​ເຂົ້າ​ຮ່ວມ​ໃນ​​ສົນທິສັນຍາ​ເກືອບ​ທັງ​ໝົດ ກ່ຽວ​ກັບ​ສິດທິ​ມະນຸ​ດຄື: ສິດ​ພົນລະ​ເຮືອນ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງ​ຄົມ, ​ແມ່ຍິງ, ​ເດັກ​ນ້ອຍ.​.​.​ ນີ້​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ຫວຽດນາມ ສ້າງ​ກົດໝາຍ ​ແລະ ກົນ​ໄກ​ປະຕິບັດ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດ, ທົ່ວ​ປວງ​ຊົນ ​ແລະ ບັນດາ​ອົງ​ການ​ສັງ​ຄົມ. ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​ຂອງ​ຫວຽດນາມ ສະ​ແດງ​​ໃຫ້​ເຫັນນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ເພື່ອ​ຮັບປະກັນ​ສິດທິ​ມະນູ​ດ ​ແລະ ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ​ໃນ​ການ​ປະຕິບັດ​ບັນດາ​ໜ​້າທີ່​ສາກົນ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​​ເຂດ​ສິດທິ​ມະນຸດ.

 

ຂ່າວ/ບົດ​ອື່ນ