ສະຫະພັນເຢຍລະມັນຮຽກຮ້ອງປະຕິບັດຂໍ້ຕົກລົງອີຢູ-ຕວກກີ
ປະທານາທິບໍດີ ອາເມລິກາ ແລະ ເຢຍລະມັນ
(ພາບ: Reuters)
(vovworld) – ຂໍ້ຕົກລົງລະຫວ່າງສະຫະພັນ ເອີລົບ (ອີຢູ) ແລະ ຕວກກີຕ້ອງໄດ້ຮັບການປະຕິບັດເພື່ອແນໃສ່ສະກັດກັ້ນຂະບວນຄົນອົບພະຍົບເຂົ້າເອີລົບ. ຖະແຫຼງການໂດຍທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຍົກອອກມາໃນສະພາບການທີ່ຈຳນວນຊາວອົບພະຍົບຈາກ ຕວກກີ ເຂົ້າເກາະແຫ່ງຕ່າງໆຂອງ ເກຼັກ ຍັງຢູ່ໃນລະດັບສູງຢູ່. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນ Hanover ພາຍຫຼັງການປະຊຸມກັບທ່ານປະທານາທິບໍດີ ອາເມລິກາ Barack Obama, ທ່ານ ປະທານາທິບໍດີ ຝຣັ່ງ Francois Hollande, ທ່ານນາຍົກລັດຖະມົນຕີ ອັງກິດ David Cameron ແລະ ທ່ານນາຍົກລັດຖະມົນຕີ ອີຕາລີ Matteo Renzi, ຫຼືເອີ້ນວ່າ G-5, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຖືວ່າ: ຂໍ້ຕົກລົງລະຫວ່າງ ອີຢູ - ຕວກກີ ເພື່ອແນໃສ່ ສະກັດກັ້ນຂະບວນຄົນອົບພະຍົບເຂົ້າເອີລົບຕ້ອງໄດ້ຮັບການປະຕິບັດຜ່ານການຜັນຂະຫຍາຍຂອງອົງການ ນາໂຕ ໃນທະເລ Aegean. ຂໍ້ຕົກລົງ ອີຢູ - ຕວກກີ ເລີ່ມມີຜົນສັກສິດກ່ອນນີ້ 3 ອາທິດ ດ້ວຍຈຸດປະສົງຊ່ວຍຢຸດຕິຂະບວນຊາວອົບພະຍົບເຂົ້າເກາະແຫ່ງຕ່າງໆຂອງ ເກຼັກ ໃນທະເລ Aegean. ຄຽງຄູ່ກັນນັ້ນ, ທ່ານນາງ Angela Merkel ຍັງໃຫ້ຮູ້ວ່າ: ການນຳບັນດາປະເທດ G5 ສະແດງຄວາມວິຕົກວັງວົນຕໍ່ໜ້າສະພາບຄຳສັ່ງຢຸດຍິງຢູ່ ຊີຣີ ອາດຈະບໍ່ມີຜົນສັກສິດ. ຕາມທ່ານນາງ Angela Merkel ແລ້ວ, ບັນດາປະເທດ G5 ເຫັນດີເປັນເອກະສັນວ່າຕ້ອງສືບຕໍ່ບັນດາການເຈລະຈາສັນຕິພາບກ່ຽວກັບ ຊີຣີ ຢູ່ ເຊີແນວ (ປະເທດສະວິດ) ເພື່ອແນໃສ່ຊອກຫາມາດຕະການເອົາການເມືອງເພື່ອຢຸດຕິສົງຄາມໃນປະຈຸບັນຢູ່ປະເທດຕາເວັນອອກກາງນີ້.