ສະຫະພັນ ອາຣັບ ຮຽກຮ້ອງໃຫ້ຢຸດຍິງຢູ່ ຊູດັງ ໃນທັນທີ
(VOVWORLD) - ວັນທີ 16 ເມສາ, ສະຫະພັນ ອາຣັບ (AL) ໄດ້ຈັດຕັ້ງກອງປະຊຸມດ່ວນຢູ່ນະຄອນຫຼວງ Cairo ຂອງ ອີຢິບ ເພື່ອປຶກສາຫາລືກ່ຽວກັບການປະທະກັນດ້ານການທະຫານທີ່ພວມເກີດຂຶ້ນຢູ່ ຊູດັງ.
ບັນຍາກາດຢູ່ Khartoum, ພາຍຫຼັງການປະທະກັນລະຫວ່າງກອງທັບ Sudan ກັບກຳລັງ RSF, ໃນວັນທີ 16/4/2023 (ພາບ: AFP/TTXVN) |
ໃນຖະແຫຼງການສະບັບ 1 ພາຍຫຼັງກອງປະຊຸມ, AL ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການຢຸດຕິທຸກການປະທະກັນດ້ວຍອາວຸດໃນທັນທີ ເພື່ອປົກປ້ອງສາມັນຊົນ ແລະ ຜືນແຜ່ນດິນອັນຄົບຖ້ວນ ກໍຄືອະທິປະໄຕຂອງ ຊູດັງ. ຜູ້ຕາງໜ້າບັນດາປະເທດ ອາຣັບ ຍັງຮຽກຮ້ອງໃຫ້ທຸກຝ່າຍທີ່ເຂົ້າຮ່ວມສູ້ຮົບຢູ່ ຊູດັງ ຈົ່ງກັບຄືນສູ່ເສັ້ນທາງແຫ່ງສັນຕິພາບ ເພື່ອແກ້ໄຂວິກິດການ, ພ້ອມທັງກ່າວເຕືອນຄວາມສ່ຽງການໃຊ້ຄວາມຮຸນແຮງຈະເພີ່ມຂຶ້ນ.
ກອງປະຊຸມດັ່ງກ່າວ ໂດຍ ອີຢິບ ແລະ ອາຣັບບີ ຊະອຸດິ ຮຽກໂຮມ ເຊິ່ງຖືກດຳເນີນພາຍຫຼັງການປະທະກັນລະຫວ່າງ ກອງທັບ ຊູດັງ ແລະ ບັນດາກຳລັງປະຕິກິລິຍາ ໄວ (RSF) ເຄິ່ງການທະຫານ.
ຕາມການສະຖິຕິຫຼ້າສຸດ, ມີຜູ້ເສຍຊີວິດ 61 ຄົນ ແລະ ຜູ້ຮັບບາດເຈັບເກືອບ 600 ຄົນ ຢູ່ປະເທດນີ້ ນັບແຕ່ວັນເສົາຜ່ານມາ.