ສະຫະພາບອາບຟລິກາ ຮຽກຮ້ອງຍົກເລີກຄຳສັ່ງຫ້າມເຄື່ອນໄຫວໄປ-ມາຍ້ອນພະຍາດ Ebola
(ພາບປະກອບ: EPA)
(vovworld) – ໃນກອງປະຊຸມດ່ວນຈັດຂຶ້ນໃນວັນທີ 08/09, ບັນດາການນຳຂຶ້ນກັບສະຫະພາບອາບຟລິກາ (AU) ໄດ້ຮຽກຮ້ອງຍົກເລີກຄຳສັ່ງຫ້າມໄປ - ມາທີ່ໄດ້ວາງອອກເພື່ອແນໃສ່ສະກັດກັ້ນພະຍາດ Ebola ແຜ່ລາມ, ເຖິງວ່າອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນວ່າຈະມີຜູ້ຕິດເຊື້ອໄວຣັດນີ້ຕື່ມອີກນັບພັນຄົນໃນໄລຍະຈະມາເຖິງ. ກ່າວຄຳເຫັນທີ່ກອງປະຊຸມເຊິ່ງຈັດຂຶ້ນຢູ່ນະຄອນຫຼວງ Addis Ababa ຂອງ Ethiopia, ປະທານຄະນະກຳມະການ AU, ທ່ານນາງ Nkosazana Dlamini Zuma ຖືວ່າ, ບັນດາປະເທດສະມາຊິກ AU ຄວນຍົກເລີກທຸກໆຄຳສັ່ງຫ້າມເຄື່ອນໄຫວໄປ - ມາ ເພື່ອເຊື່ອມຕໍ່ການເຄື່ອນໄຫວດ້ານເສດຖະກິດ, ແຕ່ຍັງຈັດວາງບັນດາກົນໄກຕິດຕາມກວດກາພະຍາດຢ່າງເໝາະສົມ. ຕາມການກ່າວເຕືອນຂອງວົງການຊ່ຽວຊານ ແລະ ບັນດາບໍລິສັດອັນດັບຫນຶ່ງແລ້ວ, ຄວາມເສຍຫາຍທາງດ້ານເສດຖະກິດຍ້ອນຄຳສັ່ງຫ້າມເຄື່ອນໄຫວ ໄປ - ມາຢູ່ບັນດາປະເທດອາຟລິກາໃຕ້ ພວມກໍ່ຄວາມຫຍຸ້ງຍາກຕໍ່ທະວີບນີ້ຕື່ມອີກ, ເຮັດໃຫ້ການໜູນຊ່ວຍດ້ານສາທາລະນະສຸກໄປເຖິງເຂດຕິດເຊື້ອໄວຣັດ ຊັກຊ້າລົງ ແລະ ເຮັດໃຫ້ວິກິດການມະນຸດສະທຳຮ້າຍແຮງຂຶ້ນຕື່ມ.