ສະຫະພາບເອີລົບຮຽກຮ້ອງໃຫ້ ອິດສະຣາແອນຢຸດຕິການ ກໍ່ສ້າງເຮືອນຄົງທີ່

ສະຫະພາບເອີລົບຮຽກຮ້ອງໃຫ້ ອິດສະຣາແອນຢຸດຕິການ ກໍ່ສ້າງເຮືອນຄົງທີ່ - ảnh 1

ສະຫະພາບ​ເອີລົບ

(ພາບ:value.vn)

(VOV)-  ວັນ​ທີ 2/12, ທ່ານ​ນາງ Catherin Ashton, ຜູ້ຕາງໜ້າ​ຂັ້ນສູງ​ຮັບຜິດຊອບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ (EU) ​ໄດ້​ຊຸກຍູ້​ອິດສະຣາ​ແອນ ຈົ່ງ​ລົບ​ລ້າງ​ບັນດາ​ແຜນການ​ກໍ່ສ້າງ​ເຮືອນ​ຄົງ​ທີ່ 3000 ຫຼັງ​ຢູ່ Jerusalem ຕາ​ເວັນ​ອອກ ​ແລະ ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ. ​ທ່ານ​ນາງ Catherin Ashton ​ເນັ້ນໜັກ​ວ່າ: ​EU ໄດ້ຖະ​ແຫຼ​ງ​ຫຼາຍ​ເທື່ອ​ວ່າ: ອີງ​ຕາມ​ກົດໝາຍ​ສາກົນ, ທຸກໆ​ການ​ເຄື່ອນ​ໄຫວ​ກໍ່ສ້າງ​ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ລ້ວນ​ແຕ່​ຜິດ​ກົດໝາຍ. ລັດຖະບານ​ອິດສະຣາ​ແອນ ຕ້ອງ​ປະຕິບັດຄຳໝັ້ນໝາຍ​ທີ່ໄດ້​ຍົກ​ອອກ​ມາ​ທີ່​ການ​ເຈລະຈາ​ຄັ້ງຕ່າງໆ​ຫວ່າງ​ແລ້ວ​ນີ້​ຢ່າງ​ເຂັ້ມງວດ​ເພື່ອ​ແນ​ໃສ່​ສິ້​ນສຸດ​ການ​ປະ​ທະ​ກັນ​ກັບປາ​ແລດ​ສະຕິ​ນ.

ຂ່າວ/ບົດ​ອື່ນ