ສະເຫຼີມສະຫຼອງວັນຄ້າຍວັນເກີດ ອະດີດເລຂາຄະນະພັກແຂວງ Gia Dinh – Cho Lon

ສະເຫຼີມສະຫຼອງວັນຄ້າຍວັນເກີດ ອະດີດເລຂາຄະນະພັກແຂວງ Gia Dinh – Cho Lon - ảnh 1
ທ່ານ​ປະທານປະ​ເທດ Truong Tan Sang ເຂົ້າຮ່ວມພິທີສະ​ເຫຼີ​ມສະຫຼອງ
( ພາບ: TTXVN )


( vovworld ) -   ວັນ​ທີ 29/6, ຢູ່​ເທດສະບານ​ເມືອງ​ດຶກ​ຮ່ວາ,  ​ແຂວງ​ລອງ​ອານ, ​ໄດ​້ຈັດ​ພິທີສະ​ເຫຼີ​ມສະຫຼອງ 110 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດນັກ​ປະຕິວັດ Chau Van Liem ( 29/6/1902 – 29/6/2012 ), ອະດີດ​ເລຂາຄະນະ​ພັກ​​ແຂວງ Gia Dinh – Cho Lon; ​​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້​ທີ່​ໄດ້​ກໍ່​ຕັ້ງພັກ​ກອມ​ມູນິດ​ຫວຽດນາມ. ກ່ອນ​ພິທີສະ​ເຫຼີ​ມສະຫຼອງ, ທ່ານ​ປະທານປະ​ເທດ Truong Tan Sang ​ແລະ ຜູ້​ແທນ​ໄດ້​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ຕໍ່​ຮູບ​ທ່ານ Chau Van Liem ​ແລະ ​ເຂົ້າ​ຮ່ວມ​ພິທີ​ລົງມື​ກໍ່ສ້າງ​ກິດຈະກຳ​ເຂດ​ປູ​ສະນີຍະສະ​ຖານ 4 ​ແຍກ ດຶກ​ຮ່ວາ, ​ໄລຍະ 2. ນີ້​ແມ່ນ​ກິດຈະກຳ​ວັດທະນະທຳທີ່​ເກັບ​ຮັກສາ​ບັນດາ​ຄຸນ​ຄ່າ​ປະຫວັດສາດ ທີ່​ສ່ອງ​ແສງ​​ໃຫ້​ເຫັນ​ພາ​ລະ​ກິດ​ແຫ່ງ​ການ​ຕໍ່ສູ້ປະຕິວັດ​ຜ່ານ​ໄລຍະຕ່າງໆ​ຂອງ​​ເມືອງ​ດຶກ​ຮ່ວາ​ເວົ້າ​ສະ​ເພາະ ​ ​ແລະ ​ແຂວງ​ລອງ​ອານ ​ເວົ້າ​ລວມ, ​ເຊິ່ງ​ໄດ້ຕິດ​ພັນ​ກັບ​ຊີວິດ​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ທ່ານ Chau Van Liem ອະດີດເລຂາ​ຄະນະ​ພັກ​​ແຂວງ Gia Dinh - Cho Lon.

ຂ່າວ/ບົດ​ອື່ນ