ສະເຫຼີມສະຫຼອງວັນຊາດສະຫະພັນ ລັດເຊຍ ຢູ່ນະຄອນ ໂຮ່ຈີມິນ

(VOVWORLD) - ຫວຽດນາມ ແມ່ນເພື່ອນມິດທີ່ຍາວນານ ແລະ ແມ່ນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ, ມີຄວາມໝາຍສຳຄັນພິເສດສຳລັບສະຫະພັນລັດເຊຍ.
ສະເຫຼີມສະຫຼອງວັນຊາດສະຫະພັນ ລັດເຊຍ ຢູ່ນະຄອນ ໂຮ່ຈີມິນ - ảnh 1 ການສະແດງສິລະປະທີ່ພິທີ

ກ່າວຄຳເຫັນໃນພິທີສະເຫຼີມສະຫຼອງວັນຊາດ ສະຫະພັນລັດເຊຍ (12/6/1990 – 12/6/2018) ໂດຍສະຖານກົງສູນໃຫຍ່ ສະຫະພັນລັດເຊຍ ປະຈຳ ນະຄອນ ໂຮ່ຈີມິນ ຈັດຕັ້ງໃນຕອນຄ່ຳວັນທີ 8 ມິຖຸນາ, ທ່ານ Aleksey Vladimirovich Popov, ຫົວໜ້າສະຖານກົງສູນໃຫຍ່ ລັດເຊຍ ປະຈຳນະຄອນໂຮ່ຈີມິນ ຢັ້ງຢືນວ່າ: ຫວຽດນາມ ແມ່ນເພື່ອນມິດທີ່ຍາວນານ ແລະ ແມ່ນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ, ມີຄວາມໝາຍສຳຄັນພິເສດສຳລັບສະຫະພັນລັດເຊຍ. ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ ກວມລວມໃນທຸກໆຂົງເຂດ. ບັນດາການພົບປະເປັນປະຈຳຂອງປະມຸກລັດ 2 ປະເທດໄດ້ນຳມາເຊິ່ງໝາກຜົນແທດຈິງຫຼາຍຢ່າງ, ສະແດງໃຫ້ເຫັນໃນການເພີ່ມທະວີການເຈລະຈາດ້ານການເມືອງ, ພັດທະນາການຮ່ວມມືເສດຖະກິດ - ການຄ້າ, ວິທະຍາສາດ - ເຕັກນິກ, ການປ້ອງກັນຊາດ, ເຕັກນິກການທະຫານ, ວັດທະນະທຳມະນຸດ.

        ນະຄອນໂຮ່ຈີມິນ ແມ່ນທ້ອງຖິ່ນຕັ້ງໜ້າໃນບັນດາການເຄື່ອນໄຫວຮ່ວມມືມິດຕະພາບກັບສະຫະພັນລັດເຊຍ. ປີ 2017, ວົງເງິນການຄ້າ 2 ສົ້ນລະຫວ່າງ ນະຄອນໂຮ່ຈີມິນ - ສະຫະພັນລັດເຊຍ ບັນລຸເກືອບ 324 ລ້ານ USD. ປະຈຸບັນ, ສະຫະພັນ ລັດເຊຍ ມີ 28 ໂຄງການຢູ່ນະຄອນ ໂຮ່ຈີມິນ ດ້ວຍຍອດເງິນລົງທຶນທັງໝົດແມ່ນ 35 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ