ສະເຫຼີມສະຫຼອງວັນຊາດ ອາເມລິກາ: ຫວຽດນາມ - ອາເມລິກາ ຍາມໃດກໍເພີ່ມພູນຄູນສ້າງສາຍພົວພັນຄູ່ຮ່ວມມືຮອບດ້ານ ແບບຍືນຍົງ
(VOVWORLD) -ໃນການພົວພັນກັບ ຫວຽດນາມ, 27 ປີ ນັບແຕ່ວັນສ້າງຕັ້ງສາຍພົວພັນເປັນປົກກະຕິ, ສ້າງສາຍພົວພັນທາງການທູດ (1995 – 2022), ການພົວພັນລະຫວ່າງສອງປະເທດໄດ້ພັດທະນານາຢ່າງກະໂດດຂັ້ນ, ກາຍເປັນສາຍພົວພັນຄູ່ຮ່ວມມືຮອບດ້ານທີ່ນັບມື້ນັບເລິກເຊິ່ງ, ອັນໄດ້ສະແດງອອກຜ່ານຫຼາຍຂົງເຂດ.
ທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ (ພາບ: Hoang Long) |
ວັນທີ 4 ກໍລະກົດ, ປະເທດ ອາເມລິກາ ສະເຫຼີມສະຫຼອງວັນສະຖາປະນາປະເທດ ຄົບຮອບ 246 ປີ (ວັນທີ 4 ກໍລະກົດ 1776 – 4 ກໍລະກົດ 2022). ພາຍຫຼັງ 246 ປີ, ອາເມລິກາ ນັບມື້ນັບຍິ່ງສະແດງໃຫ້ເຫັນກຳລັງແຮງດ້ານການຕ່າງປະເທດ ແລະ ທີ່ຕັ້ງບົດບາດນຳພາທົ່ວໂລກ. ໃນການພົວພັນກັບ ຫວຽດນາມ, 27 ປີ ນັບແຕ່ວັນສ້າງຕັ້ງສາຍພົວພັນເປັນປົກກະຕິ, ສ້າງສາຍພົວພັນທາງການທູດ (1995 – 2022), ການພົວພັນລະຫວ່າງສອງປະເທດໄດ້ພັດທະນານາຢ່າງກະໂດດຂັ້ນ, ກາຍເປັນສາຍພົວພັນຄູ່ຮ່ວມມືຮອບດ້ານທີ່ນັບມື້ນັບເລິກເຊິ່ງ, ອັນໄດ້ສະແດງອອກຜ່ານຫຼາຍຂົງເຂດ. ຫວ່າງມໍ່ໆມານີ້, ທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໄດ້ແບ່ງປັນວ່າ:
“ສອງປະເທດພວກເຮົາມີການພົວພັນຄືປັດຈຸບັນ ແມ່ນຍ້ອນມີຄວາມມານະພະຍາຍາມສ້າງຄວາມໄວ້ເນື້ອເຊື່ອໃຈຂອງທັງສອງປະເທດໃນຕະຫຼອດໄລຍະຜ່ານມາ. ພວກຂ້າພະເຈົ້າຖືວ່າ ບຸລິມະສິດແຖວໜ້າຂອງ ອາເມລິກາ ໃນປັດຈຸບັນ ແມ່ນຍົກລະດັບການພົວພັນກັບ ຫວຽດນາມ, ຈາກການພົວພັນຄູ່ຮ່ວມມືຮອບດ້ານໃຫ້ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດ. ໃນຕົວຈິງ, ບັນດາການເຄື່ອນໄຫວຮ່ວມມືລະຫວ່າງສອງປະເທດ ໄດ້ສະແດງໃຫ້ເຫັນວ່າ ພວກເຮົາ ພວມມີຄວາມຄິດ ແລະ ການກະທຳອັນດຽວກັນ. ພວກຂ້າພະເຈົ້າຈະສືບຕໍ່ແລກປ່ຽນ, ປຶກສາຫາລືກັບ ລັດຖະບານ ຫວຽດນາມ ກ່ຽວກັບບັນຫານີ້.”
ພິເສດ, ອາເມລິກາ ໄດ້ຖືພາກພື້ນ ອາຊີ - ປາຊີຟິກ ເປັນສຳຄັນ. ອາເມລິກາ ກໍພວມຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນ ໃນວິວັດການພັດທະນາວິໄສທັດກ່ຽວກັບ ກອບເສດຖະກິດ ອິນເດຍ - ປາຊີຟິກ, ເພື່ອແນໃສ່ຍົກສູງກຳລັງແຮງ, ລັກສະນະກວມລວມ ແລະ ກຳລັງແກ້ງແຍ້ງໃຫ້ແກ່ບັນດາພື້ນຖານເສດຖະກິດ. ການພົວພັນຄູ່ຮ່ວມມືຂອງສອງປະເທດ ນັບມື້ນັບເຂັ້ມແຂງ ທັງລວງກວ້າງ ແລະ ລວງເລິກ. ໃນສະພາບການພາກພື້ນ ແລະ ສາກົນພວມມີການຜັນປ່ຽນຢ່າງເລິກເຊິ່ງກວ້າງຂວາງ, ຫວຽດນາມ ແລະ ອາເມລິກາ ພວມຢູ່ໃນຈຸດເວລາສຳຄັນ ເພື່ອມຸ່ງໄປເຖິງເປົ້າໝາຍທີ່ໃຫຍ່ກວ່າໃນອະນາຄົດ, ເພື່ອຄວາມວັດທະນາຖາວອນລວມ.