(vovworld) - ວັນທີ 13/10, ຢູ່ທ້ອງຖິ່ນຕ່າງໆ ໄດ້ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນນັກທຸລະກິດຫວຽດນາມ ເພື່ອແນໃສ່ເຊີດຊູບັນດານັກທຸລະກິດ, ວິສາຫະກິດ ທີ່ມີການປະກອບສ່ວນໃຫ້ແກ່ການພັດທະນາຂອງທ້ອງຖິ່ນກໍຄືປະເທດຊາດ. ໃນຕອນເຊົ້າວັນທີ 13/10, ຢູ່ນະຄອນໂຮ່ຈິມິນ, ສະຫະສະມາຄົມນັກທຸລະກິດນະຄອນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນນັກທຸລະກິດຫວຽດນາມ ຄັ້ງທີ 8 ປີ 2012. ນະທີ່ນີ້, ມີ 87 ສ່ວນບຸກຄົນ ໄດ້ຮັບການເຊີດຊູ “ນັກທຸລະກິດນະຄອນໂຮ່ຈິມິນດີເດັ່ນປີ 2012”. ທ່ານ Hoang Cao Tri, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ Acecook ຫວຽດນາມ, ແມ່ນໜຶ່ງໃນບັນດາ “ນັກທຸລະກິດນະຄອນໂຮ່ຈິມິນດີເດັ່ນປີ 2012” ດ້ວຍພົນງານໄດ້ຮັບລາງວັນໃນ 7 ປີລຽນຕິດໃຫ້ຮູ້ວ່າ.
“ໃນສະພາບການເສດຖະກິດປະສົບກັບຄວາມຫຍຸ້ງຍາກ, ພິທີເຊີດຊູນີ້ ແມ່ນເພື່ອໃຫ້ພວກຂ້າພະເຈົ້າເພີ່ມກຳລັງແຮງປະກອບສ່ວນສ້າງວິສາຫະກິດຂອງຕົນ ກໍຄືປະກອບສ່ວນໃຫ້ແກ່ພື້ນຖານເສດຖະກິດຫວຽດນາມ. ສຳລັບ Acecook ຫວຽດນາມ ໜ້າທີ່ຂອງພວກຂ້າພະເຈົ້າແມ່ນເຮັດແນວໃດເພື່ອຜະລິດບັນດາຜະລິດຕະພັນທີ່ມີຄຸນນະພາບຮັບໃຊ້ຜູ້ບໍລິໂພກ, ອຸປະໂພກ ໃນທ່າອ່ຽງເຊິ່ງການພັດທະນາອຸດສາຫະກຳຕ້ອງການມີຜະລິດຕະພັນທີ່ມີຄຸນຄ່າ. ແລະ ເລື່ອງພັດທະນາທີ່ມີຕໍ່ Acecook ຫວຽດນາມ ແມ່ນພາລະໜ້າທີ ແລະ ຄວາມຮັບຜິດຊອບເພື່ອປະກອບສ່ວນໃຫ້ແກ່ເສດຖະກິດຂອງປະເທດ”.
ແລະກໍໃນຕອນຄໍ່າວັນດຽວກັນ, ຢູ່ແຂວງ ເກີນເທີ, ສະມາຄົມນັກທຸລະກິດໜຸ່ມນະຄອນ ເກີນເທີ ໄດ້ຈັດລາຍການ “ຄຳນັບຊົມເຊີຍວັນນັກທຸລະກິດຫວຽດນາມ 13/10”. ຕາມທ່ານ Nguyen Trung Kien, ປະທານສະມາຄົມນັກທຸລະກິດໜຸ່ມນະຄອນເກີນເທີ ແລ້ວ, ໃນໄລຍະຈະມາເຖິງ, ສະມາຄົມຈະສືບຕໍ່ບັນດາການເຄື່ອນໄຫວຮ່ວມສຳພັນເພື່ອສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດແນະນຳໂຄສະນາຜະລິດຕະພັນ, ເປີດກວ້າງຕະຫຼາດຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ Nguyen Trung Kien ກ່າວວ່າ.
“ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຍັງສືບຕໍ່ຄົ້ນຄວ້າບັນດານະໂຍບາຍສຳພັດກັບບັນດາແຫຼ່ງທຶນໃໝ່ ເພື່ອໂຄສະນາໃຫ້ແກ້ບັນດາວິສາຫະກິດ, ສືບຕໍ່ປະຕິບັດຮູບແບບ “ກາເຟນັກສຶກສາ”, ສ້າງສະພາບແວດລ້ອມໃຫ້ບັນດານັກທຸລະກິດ ເພື່ອໃຫ້ເຂົາເຈົ້າໄດ້ພົບປະແລກປ່ຽນ, ທັງເປັນການສ້າງກອງທຶນໃຈບຸນໃຈກຸສົນ ໃຫ້ປະຊາຊົນທຸກຍາກ ແລະ ນັກຮຽນທຸກຍາກຢູ່ນະຄອນເກີນເທີ. ພັກ ແລະ ລັດ ເອົາໃຈໃສ່ເຂົ້າໃນວົງການນັກທຸລະກິດໜຸ່ມ, ເພາະສະນັ້ນພວກຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ທັງພັດທະນາວິສາຫະກິດ, ທັງປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດ.”