ພິທີສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງກອງທັບ
ປະຊາຊົນ ຫວຽດນາມ (22/12/1944 – 22/12/2016)
(ພາບ: ເຈີ່ນກວາງວີງ)
(vovworld) – ຕອນຄ່ຳວັນທີ 18/12 ຢູ່ນະຄອນຫລວງ Praha ປະເທດ ເຊັກໂກ ສະມາຄົມນັກຮົບເກົ່າ ຫວຽດນາມ ຢູ່ ສ.ເຊັກໂກ ຈັດຕັ້ງພິທີສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 – 22/12/2016) ແລະ ກໍ່ແມ່ນໂອກາດສະເຫຼີມສະຫຼອງແຫ່ງວັນສ້າງຕັ້ງສະມາຄົມຄົບຮອບ 2 ປີ. ທ່ານ ເຢືອງດີງຕູ່ຍ ປະທານສະມາຄົມນັກຮົບເກົ່າ ຫວຽດນາມ ຢູ່ ສ.ເຊັກໂກ ໃຫ້ຮູ້ວ່າ: ໃນ 2 ປີຜ່ານມາ ສະມາຄົມໄດ້ຂະຫຍາຍຈຳນວນສາຂາສະມາຄົມຢ່າງວ່ອງໄວ, ເລີ່ມແຕ່ມີ 2 ສາຂາສະມາຄົມຢູ່ Praha ແລະ Karlovy Vary ມາຮອດປະຈຸບັນໄດ້ມີ 8 ສາຂາ ດ້ວຍສະມາຊິກປະມານ 500 ຄົນ. ໃນປີ 2017, ສະມາຄົມຈະຕັ້ງໜ້າເຂົ້າຮ່ວມໃນບັນດາການເຄື່ອນໄຫວລວມຂອງປະຊາຄົມ ກໍ່ຄືຢູ່ທ້ອງຖິ່ນ ແລະ ບັນດາການເຄື່ອນໄຫວມຸ່ງໄປສູ່ບ້ານເກີດເມືອງນອນ.
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ເຈືອງແມ້ງເຊີນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ ຕີລາຄາສູງນ້ຳໃຈຫ້າວຫັນ ແລະ ຄວາມສາມັກຄີຂອງບັນດານັກຮົບເກົ່າ, ຮັບຮູ້ການປະກອບສ່ວນອັນລ້ຳຄ່າຂອງສະມາຄົມສຳລັບປະຊາຄົມ.