ສະເຫຼີມສະຫຼອງ ວັນສ້າງຕັ້ງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຄົບຮອບ 87 ປີ ແລະ ມອບລາງວັນ ລີ໋ຕຶຈ້ອງ

(VOVWORLD) - ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນຍົກສູງຄຸນນະພາບພະນັກງານຄະນະຊາວໜຸ່ມ; ລະດົມກຳລັງໃຈ, ສົ່ງເສີມ, ສ້າງເງື່ອນໄຂ ເພື່ອໃຫ້ແຖວຖັນດັ່ງກວ່າມີຄວາມໄວ້ເນື້ອເຊື່ອໃຈໃຫ້ຫຼາຍຂຶ້ນຕື່ມ
ສະເຫຼີມສະຫຼອງ ວັນສ້າງຕັ້ງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຄົບຮອບ 87 ປີ ແລະ ມອບລາງວັນ ລີ໋ຕຶຈ້ອງ - ảnh 1ພິທີມອບໃບຍ້ອງຍໍໃຫ້ຄະນະຊາວໜຸ່ມ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 87 ປີ ແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ

ຕອນຄ່ຳວັນທີ 26 ມີນາ, ທີ່ນະຄອນຫຼວງຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມ ກອມມູນິດໂຮ່ຈີ໋ມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມ ຄົບຮອບ 87 ປີ (26 ມີນາ 1931 – 26 ມີນາ 2018) ແລະ ມອບລາງວັນ ລີ໋ຕຶຈ້ອງ ປີ 2018. ກ່າວຄຳເຫັນນະທີ່ນີ້, ທ່ານ ເຈີນກວັກເວື້ອງ, ຫົວໜ້າຄະນະກຳມະການກວດກາສູນກາງ: ຕີລາຄາສູງເລື່ອງສູນກາງຄະນະຊາວໜຸ່ມໃນໄລຍະ 14  ປີຜ່ານມາທີ່ໄດ້ສືບຕໍ່ຮັກສາການມອບລາງວັນ ລີ໋ຕຶຈ້ອງ ໄວ້ເປັນຢ່າງດີ ແນໃສ່ເຊີດຊູພະນັກງານຄະນະຊາວໜຸ່ມຂັ້ນຮາກຖານ ແລະ ຂັ້ນເມືອງ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນຍົກສູງຄຸນນະພາບພະນັກງານຄະນະຊາວໜຸ່ມ; ລະດົມກຳລັງໃຈ, ສົ່ງເສີມ, ສ້າງເງື່ອນໄຂ ເພື່ອໃຫ້ແຖວຖັນດັ່ງກວ່າມີຄວາມໄວ້ເນື້ອເຊື່ອໃຈໃຫ້ຫຼາຍຂຶ້ນຕື່ມ, ພ້ອມແລ້ວເພື່ອ ອຸທິດສ່ວນຄວາມສາມາດ ແລະ ຄວາມກະຕືລືລົ້ນໃຫ້ແກ່ວຽກງານຂອງຄະນະຊາວໜຸ່ມ ແລະ ຂະບວນການຂອງຊາວໜຸ່ມ. ທ່ານ ເຈີນກວັກເວື້ອງ ສະເໜີໃຫ້ບັນດາຄະນະຊາວໜຸ່ມຂັ້ນກະຊວງສືບຕໍ່ຄົ້ນຄວ້າ, ຜັນຂະຫຍາຍປະຕິບັດບັນດາລາຍການເຄື່ອນໄຫວ, ຮັບປະກັນໃຫ້ແກ່ຂະບວນການຊາວໜຸ່ມເຍົາວະຊົນຢ່າງມີປະສິດທິຜົນ, ພັດທະນາໃຫ້ຖືກທິດ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ໄວໜຸ່ມ.


ຕອບກັບ

ຂ່າວ/ບົດ​ອື່ນ