ສະເຫຼີມສະຫຼອງ 10 ປີ ແຫ່ງວັນຂັບກວານເຫາະບັກນິງໄດ້ຮັບການຮັບຮອງ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ
(VOVWORLD) -ຕອນຄ່ຳວັນທີ 22 ກຸມພາ, ຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ແນວໂຮມປະເທດຊາດຫວຽດນາມແຂວງບັກນິງ ໄດ້ຈັດລາຍການລົງສູ່ເຂດຂັບກວານເຫາະ ແລະ ສະເຫຼີມສະຫຼອງ 10 ປີ ແຫ່ງວັນຂັບກວານເຫາະບັກນິງຊຶ່ງໄດ້ຮັບການຮັບຮອງຈາກ UNESCO ວ່າ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ.
ລາຍການສະແດງຂັບກວານເຫາະ |
ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ວູ້ດຶກດາມ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານທີ່ຍິ່ງໃຫຍ່ຊຶ່ງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງບັກນິງບັນລຸໄດ້ໃນຊຸມປີທີ່ຜ່ານມາ, ພິເສດໃນຂົງເຂດວັດທະນະທຳ ພາຍຫຼັງ 10 ປີ ທີ່ສິລະປະ ຂັບກວານເຫາະບັກນິງໄດ້ຮັບການຮັບຮອງຈາກ UNESCO ວ່າ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ, ບັກນິງໄດ້ປະຕິບັດບັນດາເນື້ອໃນທີ່ຫວຽດນາມໄດ້ໝັ້ນໝາຍກັບ UNESCO ກ່ຽວກັບການອະນຸລັກຮັກສາສິລະປະ ຂັບກວານເຫາະ.