ສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງເລຂາທິການໃຫຍ່ ເຈື່ອງຈິງ
(ທ່ານເລຂາທິການໃຫຍ່ ເຈື່ອງຈິງ)
(vovworld) - ມື້ນີ້, ວັນທີ 9/2, ສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງເລຂາທິການໃຫຍ່ ເຈື່ອງຈິງ (9-2-1907/9-2-2017) ໃນໜັງສືພິມ ກວນໂດ້ຍເຍິນ (ສຽງຂອງກອງທັບປະຊາຊົນ ຫວຽດນາມ) ມີບົດຂຽນ ແລະ ຮູບພາບ, ຍ້ອງຍໍທ່ານ, ນັກຮົບກອມມູນິດທີ່ເປັນແບບຢ່າງ, ລູກສິດທີ່ດີເດັ່ນຂອງປະທານ ໂຮ່ຈີມິນ. ທ່ານ ເລຂາທິການໃຫຍ່ ເຈື່ອງຈິງ ເຂົ້າຮ່ວມການປະຕິວັດນັບແຕ່ເວລາມີອາຍຸ 18 ປີ; ທ່ານແມ່ນລູກສິດທີ່ດີເດັ່ນ, ເປັນສະຫາຍທີ່ໄວ້ເນື້ອເຊື່ອໃຈຂອງປະທານ ໂຮ່ຈີມິນ. ທ່ານໄດ້ມີລັດຖະນະໂຍບາຍທີ່ຖືກຕ້ອງ, ມີຫົວຄິດປະດິດສ້າງຫຼາຍຢ່າງ, ໂດຍສະເພາະແມ່ນໃນບັນດາບາດລ້ຽວຂອງການປະຕິວັດ, ພິເສດແມ່ນໃນຖານະຕຳແໜ່ງເປັນ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ. ດ້ວຍຈີນຕະນາການດ້ານການເມືອງຢ່າງຊຳນິຊຳນານ, ດ້ວຍປັນຍາທີ່ແຫຼມຄົມ, ທ່ານ ເລຂາທິການໃຫຍ່ ເຈື່ອງຈິງໄດ້ຮັບຮູ້ທ່າອ່ຽງພັດທະນາຂອງຍຸກສະໄໝໂດຍໄວ, ເຂົ້າໃຈສະພາບຕົວຈິງຂອງປະເທດຊາດ ແລະ ຄວາມຮຽກຮ້ອງ, ຄວາມມຸງມາດປາຖະໜາອັນຊອບທຳຂອງປະຊາຊົນ, ພ້ອມກັບສູນກາງພັກ ແລະ ກົມການເມືອງວາງອອກແຜນນະໂຍບາຍປ່ຽນໃໝ່. ບັນດາທັດສະນະປ່ຽນໃໝ່ຈີນຕະນາການ ເຊິ່ງທ່ານແມ່ນຜູ້ສະເໜີ, ໄດ້ກາຍເປັນພື້ນຖານວິທີທິດສະດາໃຫ້ແກ່ເລື່ອງຮັບຮູ້ ແລະ ແກ້ໄຂບັນດາບັນຫາທິດສະດີ ແລະ ພຶດຕິກຳຕົວຈິງຂອງ ຫວຽດນາມໃນກິດຈະການປ່ຽນໃໝ່.