ສະເຫຼີມສະຫຼອງ 12 ວັນ ແລະ ຄືນ ໃນບັ້ນຮົບ “ດ້ຽນບຽນຝູ ທາງອາກາດປີ 1972“
(ພາບ:cand.com.vn)
(vovworld) - ກ່ອນນີ້ 40 ປີ, ໃນວັນທີ 18/12/1972, ປະນາທາທິບໍດີອາເມລິກາ Nixon ໄດ້ອອກຄຳສັ່ງດຳເນີນການບຸກໂຈມຕີທາງອາກາດຍຸດທະສາດເຂົ້າພາກເໜືອຫວຽດນາມ ດ້ວຍຊື່ວ່າ: “ບັ້ນຮົບ Linebacker II“. ບັນດາເຮືອບິນ B-52 ນຳເອົາລະເບີດທຳລາຍນັບພັນໂຕນພ້ອມກັບການໜູນຊ່ວຍຂອງກຳປັ່ນເດີນບິນ 5 ລຳໄດ້ບຸກໂຈມຕີນະຄອນຮ່າໂນ້ຍ ແລະ ຫາຍຟ່ອງ. ແຕ່ວັນທີ 18-29/12/1972, ເຮືອບິນ B-52 200 ລຳຂອງອາເມລິກາ ໄດ້ບຸກໂຈມຕີຮ່າໂນ້ຍ ກໍ່ຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ປະຊາຊົນນະຄອນຫຼວງ. ແຕ່ຮ່າໂນ້ຍ ບໍ່ຍອມຈຳນົນ, ໄດ້ຕ້ານຄືນຢ່າງອົງອາດກ້າແກ່ນ. ທະຫານ ແລະ ປະຊາຊົນຮ່າໂນ້ຍ ໄດ້ຍິງເຮືອບິນ B-52 ຫຼາຍລຳຕົກ ແລະ ຍາດໄດ້ໄຊຊະນະ. ໃນຄວາມຊົງຈຳຂອງທ່ານພົນຕີຟ້າມຕວນ, ຜູ້ໄດ້ຍິງເຮືອບິນ B-52 ຕົກ, ບັນດາອະນຸສອນແຫ່ງໄລຍະເວລາອັນສະຫງ່າອົງອາດນັ້ນຈະບໍ່ອາດລືມໄດ້:
“ການຕໍ່ສູ້ຂອງຂ້າພະເຈົ້າໄດ້ດຳເນີນໃນເງື່ອນໄຂພິເສດທີ່ສຸດ. ສະໜາມບິນອຽນບາຍຖືກເຮືອບິນ B-52 ແລະ ເຮືອບິນປະເພດອື່ນໆຍິງທຳລາຍ. ແຕ່ສັດຕູບໍ່ຄິດໄດ້ວ່າພວກເຮົາສາມາດບິນຂຶ້ນໃນສະໜາມບິນຫ່າງໄກຄືແນວນັ້ນ. ພວກເຮົາໄດ້ສວຍໃຊ້ໂອກາດ, ເຮັດໃຫ້ກອງທັບອາກາດອາເມລິກາຕົກສະເງີ້“.
ໃນຊຸມວັນນີ້, ການເຄື່ອນໄຫວຕ່າງໆໄດ້ຖືກຈັດຂຶ້ນຢູ່ຮ່າໂນ້ຍ. ໃນຕອນຄ່ຳຂອງວັນທີ 17/12, ຢູ່ສະໜາມຫຼວງໂຮງລະຄອນໃຫ່ຍຮ່າໂນ້ຍ, ໄດ້ຈັດລາຍການສະແດງສິລະປະ “ຮ່າໂນ້ຍ- 12 ວັນ ແລະ ຄືນປີ 1972-ບົດເພງໄຊແຫ່ງຍຸກສະໄໝ“ ຊື່ງໄດ້ດຶງດູດປະຊາຊົນນະຄອນຫຼວງເປັນຈຳນວນຫຼວງຫຼາຍເຂົ້າຮ່ວມ