ສະເຫຼີມສະຫຼອງ 144 ປີ ແຫ່ງວັນຄ້າຍວັນເກີດທ່ານ V.I.Lenin (22/4/1870 – 22/4/2014)
ທ່ານ V.I.Lenin
ພາບ: nhandan.com.vn)
(vovworld) - ວັນທີ 22/4, ບັນດາໜັງສືພິມສຳຄັນຂອງ ຫວຽດນາມ ລ້ວນແຕ່ລົງຂ່າວ, ບົດ, ຮູບພາບຜູ້ນຳທີ່ດີເດັ່ນຂອງຊົນຊັ້ນກຳມະຊີບ ແລະ ປະຊາຊົນຜູ້ອອກແຮງງານໃນທົ່ວໂລກ. ຢູ່ໜ້າປົກໜັງສືພິມ ເຍີນເຢີນ(ປະຊາຊົນ - ສຽງຂອງພັກກອມມູນິດ ຫວຽດນາມ) ໄດ້ລົງພິມຮູບຂອງທ່ານ V.I.Lenin ຢ່າງສົມກຽດ ແລະ ຄັດສະເໜີຄຳເວົ້າຂອງທ່ານປະທານ ໂຮ່ຈີ໋ມິນ ທີ່ວ່າ:” Lenin, ອາຈານຜູ້ຍິ່ງໃຫຍ່ຂອງການປະຕິວັດກຳມະຊີບ”
ໜັງສຶພິມກວນໂດ້ຍເຍີນເຢີນ (ສຽງຂອງກອງທັບປະຊາຊົນ) ໄດ້ລົງພິມບົດຂຽນ: “ ທິດສະດີຂອງ V.I.Lenin ກ່ຽວກັບການປົກປັກຮັກສາປະເທດສັງຄົມນິຍົມຍັງຄົງຮັກສາຄຸນຄ່າເດີມ” ຂອງພົນຈັດຕະວາ ຫງວຽນວຽດທັ໋ງ. ບົດຂຽນຢືນຢັນວ່າ: ຄວາມຈົງຮັກພັກດີ ແລະ ການໝູນໃຊ້, ພັດທະນາທິດສະດີຂອງ V.I.Lenin ກ່ຽວກັບການປົກປັກຮັກສາປະເທດສັງຄົມນິຍົມຢ່າງມີຫົວຄິດປະດິດສ້າງ, ພັກກອມມູນິດ ຫວຽດນາມ ໄດ້ວາງອອກແນວທາງຍຸດທະສາດປົກປັກຮັກສາປະເທດສັງຄົມນິຍົມ ຫວຽດນາມ ຢ່າງຖືກຕ້ອງ, ມີຫົວຄິດປະດິດສ້າງ ແລະ ໄດ້ຜັນຂະຫຍາຍການຈັດຕັ້ງປະຕິບັດນຳມາເຊິ່ງບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ, ຮັບປະກັນປົກປັກຮັກສາປະເທດສັງຄົມນິຍົມ ຫວຽດນາມ ຢ່າງໝັ້ນຄົງ.
ສ່ວນໜັງສືພິມເອເລັກໂຕນິກຂອງວິຖະຍຸກະຈ່າຍສຽງ ຫວຽດນາມ (vov.vn) ມີບົດ:” Lenin - ໂຄມໄຟທະເລທີ່ຍິ່ງໃຫຍ່ຂອງປະຊາຊົນຜູ້ອອກແຮງງານ”. ບົດໜັງສືພິມຢືນຢັນວ່າ Lenin ໄດ້ລົງເລີກ ແລະ ຍົກທິດສະດີ ມາກ(Marx) - ອາວຸດທາງຈິດໃຈຂອງຊົນຊັ້ນກຳມະກອນ - ຂຶ້ນສູ່ລະດັບສູງໃໝ່. Lenin ໄດ້ຮັບຮູ້ບົດບາດຂອງມະຫາຊົນໂດຍໄວ ແລະ ເລືອກເຟັ້ນສຸມໃສ່ມະຫາຊົນ ແລະ ກະຕຸກຊຸກຍູ້ເຂົາເຈົ້າເສີມຂະຫຍາຍກຳລັງແຮງຂອງຕົນເພື່ອປ່ຽນແປງສະພາບຕົວຈິງໃນສັງຄົມ.