(vovworld) - ໂດຍສຸມໃສ່ການຂົນຂວາຍບັນດາວິສາຫະກິດສ.ເກົາຫຼີ ລົງທຶນເຂົ້າໃນບັນດາຂະແໜງເຕັກໂນໂລຊີສູງ, ອຸດສາຫະກຳສຳຮອງ ແລະ ອຸດສາຫະກຳປຸງແຕ່ງຜະລິດຢູ່ນະຄອນດານັ້ງ ໃນໄລຍະຈະມາເຖິງ. ນັ້ນແມ່ນຂໍ້ມູນເຊິ່ງໄດ້ຍົກອອກມາທີ່ການໂອ້ລົມສົນທະນາວ່າດ້ວຍຫົວຂໍ້ “ວິສາຫະກິດສ.ເກົາຫຼີ - ດານັ້ງ” ໂດຍຄະນະກຳມະການປະຊາຊົນນະຄອນດານັ້ງ ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ປະຈຳດານັ້ງ ຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 12/10, ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງການພົວພັນທາງການທູດລະຫວ່າງມືຫວຽດນາມ - ສ.ເກົາຫຼີ. ຖ້າຫາກກ່ອນປີ 2001, ສ.ເກົາຫຼີ ບໍ່ມີໂຄງການໃດທີ່ລົງທຶນຢູ່ນະຄອນດານັ້ງ, ແຕ່ມາຮອດເດືອນ 9/2012, ສ.ເກົາຫຼີ ໄດ້ມີ 27 ໂຄງການດ້ວຍຍອດທຶນຈົດທະບຽນກວ່າ 700 ລ້ານ USD, ກາຍເປັນນັກລົງທຶນໃຫຍ່ອັນດັບ 2 ໃນຈຳນວນ 30 ປະເທດ ແລະ ເຂດແຂວ້ນເຂົ້າມາລົງທຶນຢູ່ດານັ້ງ. ທ່ານ Vo Duy Khuong, ຮອງປະທານກຳມະການປະຊາຊົນນະຄອນດານັ້ງ ຢືນຢັນວ່າ.
“ໃນແຜນກຳນົດທິດດຶງດູດເງິນລົງທຶນເຂົ້າດານັ້ງ ຮອດປີ 2015, ດານັ້ງ ກຳນົດວ່າ ສ.ເກົາຫຼີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີກຳລັງບົ່ມຊ້ອນດ້ານການເງິນ, ເຕັກນິກ ແລະ ສຸມໃສ່ຂົນຂວາຍການລົງທຶນຂອງບັນດາວິສາຫະກິດສ.ເກົາຫຼີ ເຂົ້າໃນບັນດາຂະແໜງເຕັກໂນໂລຊີສູງ, ອຸດສາຫະກຳສຳຮອງ ແລະ ອຸດສາຫະກຳປຸງແຕ່ງຜະລິດ… ໃນການໂອ້ລົມສົນທະນາມື້ນີ້, ນະຄອນດານັ້ງ ໄດ້ຮັບຟັງບັນດາວິສາຫະກິດສ.ເກົາຫຼີ ທີ່ພວມລົງທຶນຢູ່ດານັ້ງ ສະເໜີກ່ຽວກັບການເຄື່ອນໄຫວຂອງຕົນ ແລະ ບັນດາບັນຫາເຊິ່ງນະຄອນຕ້ອງເອົາໃຈໃສ່ແກ້ໄຂໃນວິວັດການລົງທຶນ.”