ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ ການພົວພັນດ້ານ ການຄ້າຫວຽດນາມ - ອາເມລິກາ
(ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນດ້ານການຄ້າຫວຽດນາມ - ອາເມລິກາ)
(vovworld) - ຕອນເຊົ້າວັນທີ 11/02 (ຕາມເວລາຫວຽດນາມ), ທີ່ຫໍປະຊຸມ Dirksen, ສະພາສູງອາເມລິກາ, ສະຖານທູດຫວຽດນາມ ປະຈຳອາເມລິກາ ໄດ້ຈັດພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນດ້ານການຄ້າຫວຽດນາມ - ອາເມລິກາ (03/02/1994 – 03/02/2014). ໃນບັນດານັກການເມືອງອາເມລິກາ ເຂົ້າຮ່ວມພິທີມີທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ແລະ ສະມາຊິກສະພາສູງ John McCain, ເຊິ່ງເປັນນັກການເມືອງ 2 ທ່ານໄດ້ນຳໜ້າໃນຄວາມມານະພະຍາຍາມຂົນຂວາຍການຍົບເລີກຄຳສັ່ງຂວ້ຳບາດທີ່ມີຕໍ່ຫວຽດນາມ ປີ 1994.
ກ່າວຄຳເຫັນໄຂພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຫງວຽນກ໋ວກເກ່ືອງ ໄດ້ຢ້ຳຄືນເນື້ອໃນຈົດໝາຍຂອງທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ທີ່ຟາກເຖິງທ່ານອະດີດປະທານາທິບໍດີ Bill Clinton ເນື່ອງໃນໂອກາດນີ້, ໃນນັ້ນມີຕອນຂຽນວ່າ “ຂໍ້ຕົກລົງນີ້ໄດ້ສິ້ນສຸດໄລຍະຍຸ້ງຍາກໃນປະຫວັດສາດຂອງ 2 ປະເທດ, ເປີດສັງກາດໃໝ່ຂອງການພົວພັນ 2 ຝ່າຍ”. ທ່ານເອກອັກຄະລັດຖະທູດ ຫງວຽນກ໋ວກເກື່ອງ ເນັ້ນໜັກວ່າ, ດ້ວຍຄວາມກ້າຫານ, ຄວາມໄວ້ເນື້ອເຊື່ອໃຈ, ພູມປັນຍາ ແລະ ວິໄສທັດຈາກທັງ 2 ຝ່າຍ, ການພົວພັນ 2 ຝ່າຍລະຫວ່າງຫວຽດນາມ - ອາເມລິກາ ນັບມື້ນັບພັດທະນາ.
ສ່ວນທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ສະມາຊິກສະພາສູງ John McCain ລ້ວນແຕ່ເນັ້ນໜັກເຖິງຄວາມໝາຍປະຫວັດສາດຂອງຂໍ້ຕົກລົງເມື່ອວັນທີ 03/02/1994 ຂອງອຳນາດການປົກຄອງ Bill Clinton ຍົບເລີກຄຳສັ່ງຂວ້ຳບາດ, ເປີດຊ່ອງທາງໃໝ່ໃຫ້ການພົວພັນດ້ານການຄ້າທີ່ນັບມື້ນັບໄດ້ຮັບການເປີດກວ້າງ ແລະ ມີຜົນປະໂຫຍດໃຫ້ທັງ 2 ປະເທດ.
ທ່ານນາງອະດີດລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clinton ກໍ່ສະແດງຄວາມປະທັບໃຈຕໍ່ບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ພາຍຫຼັງ 1 ທົດສະວັດຜ່ານມາ ພາຍຫຼັງການຢ້ຽມຢາມຄັ້ງປະຫວັດສາດທຳອິດ. ທ່ານນາງໄດ້ຖືວ່າ.
“ເມື່ອມີໂອກາດກັບຄືນຮ່າໂນ້ຍ ດ້ວຍຖານະເປັນລັດຖະມົນຕີການຕ່າງປະເທດອາເມລິກາ, ຂ້າພະເຈົ້າໄດ້ຕົກສະເງີ້ຕໍ່ການພັດທະນາຢ່າງແຮງຂອງຫວຽດນາມ ກໍ່ຄືບັນດາຄວາມກ້າວໜ້າໃນການພົວພັນລະຫວ່າງຫວຽດນາມ - ອາເມລິກາ ທີ່ກ້າວກະໂດດຂັ້ນ. ວົງເງິນການຄ້າ 2 ສົ້ນ, ເມື່ອການພົວພັນລະຫວ່າງ 2 ປະເທດເລີ່ມຫັນເປັນປົກກະຕິ ຈາກຕົວເລກ 0, ມາຮອດປະຈຸບັນໄດ້ຂຶ້ນເຖິງ 25 ຕື້ USD ແລະ ຈະສືບຕໍ່ເຕີບໂຕໃນແຕ່ລະປີ, ຊ່ວຍສ້າງວຽກເຮັດງານທຳ ແລະ ກາລະໂອກາດລົງທຶນໃຫ້ປະຊາຊົນ 2 ປະເທດ. ດ້ວຍການພົວພັນຄູ່ຮ່ວມມືຮອບດ້ານ, ຫວຽດນາມ ແລະ ອາເມລິກາ ຈະຮ່ວມມືໃນທຸກຂົງເຂດ, ຈາກການປົກປັກຮັກສາສິ່ງແວດລ້ອມຢູ່ເຂດລຸ່ມແມ່ນ້ຳຂອງ ຕະຫຼອດຮອດການຮັບປະກັນສິດເສລີໃນການເດີນທະເລ ຢູ່ທະເລຕາເວັນອອກ”.