ສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ໂຮນລັງ
ສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ໂຮນລັງ
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) – ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມມິດຕະພາບ ແລະ ຮ່ວມມື ຫວຽດນາມ - ໂຮນລັງ ອາຍຸການ 2013 – 2018 ແລະ ພິທີສະເໜີຕົວສັນຍາລັກສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ໂຮນລັງ, ໂດຍສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ສົມທົບກັບສະຖານທູດລາຊະອານາຈັກ ໂຮນລັງ ປະຈຳ ຫວຽດນາມ ຈັດຕັ້ງຂຶ້ນເມື່ອວັນທີ 29/1 ຢູ່ ຮ່າໂນ້ຍ. ນີແມ່ນບັນດາເຫດການນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ໂຮນລັງ (1973 – 2013). ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ, ສະມາຄົມມິດຕະພາບ ແລະ ຮ່ວມມື ຫວຽດນາມ - ໂຮນລັງ ຈະກາຍເປັນອົງການສະມາຊິກຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ເຄື່ອນໄຫວໃນຂອບເຂດທົ່ວປະເທດດ້ວຍທິດນຳ, ຈຸດປະສົງ ເພື່ອແນໃສ່ເພີ່ມທະວີນ້ຳໃຈສາມັກຄີມິດຕະພາບ ແລະ ການພົວພັນຮ່ວມມືລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ - ໂຮນລັງ. ປະທານສະມາຄົມມິດຕະພາບ ແລະ ຮ່ວມມື ຫວຽດນາມ - ໂຮນລັງ ຄົນໃໝ່, ທ່ານ ດ່າວຊວນຮອກ ໄດ້ຍົກອອກບັນດາການເຄື່ອນໄຫວທີ່ຄາດວ່າຈະປະຕິບັດຄະເນໃນອາຍຸການ 2013 – 2018 ວ່າ:
“ນາຍົກລັດຖະມົນຕີ ຫວຽດນາມ ແລະ ໂຮນລັງ ໄດ້ເຊັນເອກະສານຮ່ວມມື, ຄູ່ຮ່ວມມືຍຸດທະສາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄຸ້ມຄອງແຫຼ່ງນ້ຳ. ປະຈຸບັນ, ໂຮນລັງພວມຊ່ວຍເຫຼືອ ຫວຽດນາມໃນຫຼາຍໂຄງການ, ໃນນັ້ນມີໂຄງການສຳຄັນອັນໜຶ່ງ ແມ່ນ ສ້າງແຜນຮ່າງພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມໃນເງື່ອນໄຂການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ ດ້ວຍວິໄສທັດຍາວນານ. ວຽກງານສຳຄັນຮຽກຮ້ອງຕ້ອງມີການສົມທົບທີ່ດີລະຫວ່າງຊ່ຽວຊານ ໂຮນລັງ ແລະ ຫວຽດນາມ. ສະມາຄົມຈະສົມທົບກັບບັນດາຊ່ຽວຊານ ໂຮນລັງ ເພື່ອມີແຜນການທີ່ດີ, ຍື່ນສະເໜີຕໍລັດຖະບານ ກໍ່ຄືລາຍງານຕໍ່ສະພາແຫ່ງຊາດ. ນອກຈາກນັ້ນ, ໂຮນລັງພວມຊ່ວຍເຫຼືອ ຫວຽດນາມ ໃນບັນດາໂຄງການບຳລຸງສ້າງເໜືອມະຫາວິທະຍາໄລ. ດັ່ງນັ້ນ, ສະມາຄົມຈະສົມທົບກັບບັນດາຊ່ຽວຊານໃນຂົງເຂດບຳລຸງສ້າງເພື່ອມີໂຄງການເໝາະສົມຕໍ່ມະຫາວິທະຍາໄລແຫ່ງຕ່າງໆຂອງ ຫວຽດນາມ. ”