ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງ ວັນ​ໄຊ​ຊະ​ນະ ວັນ​ທີ 7 ມັງ​ກອນ ຢູ່​ກຳ​ປູ​ເຈຍ: ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື ຮອບ​ດ້ານລະ​ຫວ່າງ ກຳ​ປູ​ເຈຍ - ຫວຽດ​ນາມ

(VOVWORLD) - ປັດຈຸບັນ ການພົວພັນລະຫວ່າງ ກຳປູເຈຍ ແລະ ຫວຽດນາມ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດ, ນຳຜົນປະໂຫຍດທີ່ແທດຈິງ ມາໃຫ້ປະຊາຊົນສອງປະເທດ.
 ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງ ວັນ​ໄຊ​ຊະ​ນະ ວັນ​ທີ 7 ມັງ​ກອນ ຢູ່​ກຳ​ປູ​ເຈຍ: ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື ຮອບ​ດ້ານລະ​ຫວ່າງ ກຳ​ປູ​ເຈຍ - ຫວຽດ​ນາມ - ảnh 1ໜ້າເວັບໄຊ RAC (ພາບ: TTXVN )

ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນໄຊຊະນະ ວັນທີ 7 ມັງກອນ, ວັນປົດປ່ອຍປະເທດ ກຳປູເຈຍ ຫຼຸດພົ້ນອອກຈາກລະບົບດັດສູນເຊື້ອຊາດ Pol Pot (7/1/1979 - 7/1/2024), ເວັບໄຊຂອງ ສະພາບັນດິດພະບໍລົມວົງສານຸວົງ ກຳປູເຈຍ (RAC) ໄດ້ ລົງບົດຂຽນຂອງທ່ານ Uch Leang, ນັກຄົ້ນຄ້ວາ ຢູ່ RAC ດ້ວຍຫົວຂໍ້ “ສະເຫຼີມສະຫຼອງ 45 ປີແຫ່ງ ວັນໄຊຊະນະ ວັນທີ 7 ມັງກອນ: ຫວຽດນາມ ແລະ ກຳປູເຈຍ ສືບຕໍ່ເພີ່ມພູນຄູນສ້າງ ການພົວພັນຮ່ວມມືໃນທຸກຂົງເຂດ ແລະ ທຸກຂັ້ນ”. ບົດຂຽນ ໄດ້ເນັ້ນໜັກເຖິງຄວາມໝາຍ ຂອງ ເລື່ອງປະຊາຊົນກຳປູເຈຍ ໄດ້ຮັບການກູ້ເອົາຊີວິດ ແລະ ປົດປ່ອຍໃຫ້ຫຼຸດພົ້ນອອກຈາກລະບົບດັບສູນເຊື້ອຊາດ Pol Pot, ເຊິ່ງເຮັດໃຫ້ປະຊາຊົນກຳປູເຈຍກ່ວາ 3 ລ້ານຄົນ ເສຍຊີວິດ.

ທ່ານ Uch Leang ໃຫ້ຂໍ້ສັງເກດວ່າ, ປັດຈຸບັນ ການພົວພັນລະຫວ່າງ ກຳປູເຈຍ ແລະ ຫວຽດນາມ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດ, ນຳຜົນປະໂຫຍດທີ່ແທດຈິງ ມາໃຫ້ປະຊາຊົນສອງປະເທດ. ນີ້ບໍ່ພຽງແຕ່ແມ່ນການພົວພັນທີ່ເປັນມູນເຊື້ອ, ຖານບ້ານໃກ້ເຮືອນຄຽງເທົ່ານັ້ນ ຫາກຍັງແມ່ນການພົວພັນຮ່ວມທຸກຮ່ວມສຸກ ໃນການພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ພັດທະນາປະເທດຊາດ.

ບົດຂຽນໄດ້ຄັດສະເໜີບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໂດຍໃຫ້ຮູ້ວ່າ ໄລ່ຮອດປີ 2023, ຫວຽດນາມ ມີ 206 ໂຄງການລົງທຶນຢູ່ ກຳປູເຈຍ ດ້ວຍຍອດເງິນຈົດທະບຽນບັນລຸເກືອບ 3 ຕື້ USD. ຫວຽດນາມ ກໍ່ນອນໃນ Top 5 ປະເທດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ ສູງທີ່ສຸດຢູ່ກຳປູເຈຍ. ທ່ານ Uch Leang ກໍ່ຖືວ່າ ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນແມ່ນກຳລັງໜູນສຳຄັນໃນການຊຸກຍູ້ການພົວພັນ “ຖານບ້ານໃກ້ເຮືອນຄຽງທີ່ດີງາມ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ລະຫວ່າງກຳປູເຈຍ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ