ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ ບຣາຊິນ

(VOVWORLD) - ດ້ວຍບັນດາຄວາມມານະພະຍາຍາມຜ່ານການສ້າງປະຊາຄົມ ເສດຖະກິດ ອາຊຽນ ແລະ ແຜນນະໂຍບາຍເປັນເອກະພາບໃນຄວາມມີຫຼາຍຮູບຫຼາຍສີ ແລະ ຖືປະຊາຊົນເປັນໃຈກາງ
ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ ບຣາຊິນ - ảnh 1 ບັນດາເອກອັກຄະລັດຖະທູດ ອາຊຽນ ປະຈຳ ບຣາຊິນ

ວັນທີ 29 ສິງຫາ, ຢູ່ Brasilia, ຄະນະກຳມະການ ອາຊຽນ ປະຈຳ ບຣາຊິນ (ACB) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ. ກ່າວຄຳເຫັນນະທີ່ນີ້, ທ່ານ ເອກອັກຄະລັດຖະທູດ ໄທ ສຸຣາສັກ ສຸປຣາຣັດ, ປະທານຄົນປະຈຸບັນຂອງ ACB ເນັ້ນໜັກເຖິງ: ການເຕີບໃຫຍ່ຂອງ ອາຊຽນ ໃນຕະຫຼອດ 50 ປີຜ່ານມາໃນບັນດາຂົງເຂດສັນຕິພາບ ແລະ ຄວາມໝັ້ນຄົງ, ການພັດທະນາ ແລະ ການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ, ສາກົນ ແລະ ພັດທະນາວັດທະນະທຳ, ສັງຄົມ. ທ່ານເອກອັກຄະລັດຖະທູດ ສຸຣາສັກ ກໍ່ຖືວ່າ: ດ້ວຍບັນດາຄວາມມານະພະຍາຍາມຜ່ານການສ້າງປະຊາຄົມ ເສດຖະກິດ ອາຊຽນ ແລະ ແຜນນະໂຍບາຍເປັນເອກະພາບໃນຄວາມມີຫຼາຍຮູບຫຼາຍສີ ແລະ ຖືປະຊາຊົນເປັນໃຈກາງ, ຮ່ວມມືລະຫວ່າງ ບັນດາປະເທດ ສະມາຊິກ ອາຊຽນ, ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມເຈລະຈາ ແລະ ບັນດາອົງການພາກພື້ນ, ບັນດາປະເທດອື່ນໆໃນໂລກຈະນຳມາໃຫ້ຫຼາຍແງ່ຫວັງໃໝ່ໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາວັດທະນາຖາວອນໃນຊຸມປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ