ສະເຫຼີມສະຫຼອງ 60 ປີແຫ່ງວັນປະທານໂຮ່ຈີມິນລົງຢ້ຽມຢາມເຂດໄຕບັກ

(VOVWORLD) -ກ່ອນນີ້ 60 ປີຄືວັນທີ 10 ພຶດສະພາປີ 1959 ,ເນື່ອງໃນໂອກາດສະເຫຼີມສະຫຼອງ 5 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ , 4 ປີແຫ່ງວັນສ້າງຕັ້ງ ເຂດປົກຄອງຕົນເອງຜູ້ໄທ-ມົ້ງ, ປະທານໂຮ່ຈີມິນ ແລະ ຄະນະປະຕິບັດງານ ຂອງສູນກາງພັກໄດ້ລົງຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າເຂດໄຕບັກທີ່ເມືອງຖ້ວນເຈົາ-ເມືອງເອກຂອງເຂດ ປົກຄອງ ດ້ວຍຕົນເອງຜູ້ໄທ-ມົ້ງໃນຄາວນັ້ນ.
ສະເຫຼີມສະຫຼອງ 60 ປີແຫ່ງວັນປະທານໂຮ່ຈີມິນລົງຢ້ຽມຢາມເຂດໄຕບັກ - ảnh 1 ຫໍບູຊາອາໄລຫາ ປະທານໂຮ່ຈີມິນທີ່ເມືອງຖ້ວນເຈົາ

ຕອນຄ່ຳວັນທີ  7 ພຶດສະພາ, ຢູ່ນະຄອນເຊີນລາ, ແຂວງເຊີນລາ ໄດ້ດຳເນີນພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານໂຮ່ຈີມິນ ແລະ ຄະນະປະຕິບັດງານລົງຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ນັກຮົບ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າເຂດໄຕບັກ  ຢູ່ແຂວງເຊີນລາ,ເປີດສະຫຼອງອະນຸສາວະລີ ປະທານໂຮ່ຈີມິນ ກັບພໍ່ແມ່ປະຊາຊົນ ບັນດາເຜົ່າເຂດໄຕບັກ. ໂດຍປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ, ພະນັກງານ, ສະມະຊິກພັກ ແລະ ປະຊາຊົນແຂວງ ເຊີນລາ ແລະ ເຂດໄຕບັກ ໄດ້ເສີມຂະຫຍາຍກຳລັງແຮງສາມັກຄີ, ນ້ຳໃຈເພິ່ງຕົນເອງ,          ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າການ ແລະ ມີຫົວຄິດປະດິດສ້າງ, ອອກແຮງແຂ່ງຂັນ, ທຳການຜະລິດ, ອອກແຮງງານ, ຮ່ຳຮຽນ     ແລະ ໄດ້ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງໃນທຸກດ້ານ.     

      ເນື່ອງໃນໂອກາດນີ້, ເມືອງຖ້ວນເຈົາໄດ້ຈັດພິທີຕິດປ້າຍຫໍບູຊາອາໄລຫາ ປະທານໂຮ່ຈີມິນ ຊຶ່ງນອນໃນເຂດປູຊະນີຍະສະຖານປະຫວັດສາດ ອານຸສອນ ສະຖານ ກີດາຍຖ້ວນເຈົາ. ຢູ່ແຫ່ງນີ້ໃນເມື່ອກ່ອນ, ທ່ານປະທານໂຮ່ຈີມິນ ໄດ້ລົງຢ້ຽມຢາມໂອ້ ລົມກັບພະນັກງານ, ນັກຮົບ ແລະ ພໍ່ແມ່ປະຊາຊົນ ບັນດາເຜົ່າໃນແຂວງເຊີນລາ ແລະ ຖືກຈັດອັນດັບ ແມ່ນ ປູຊະນີຍະສະຖານ ປີ1995.
      ແລະ ກໍຢູ່ທີ່ນີ້, ໄດ້ຈັດງານວາງສະແດງຮູບຖ່າຍຊື່ງແນະນຳຮູບຖ່າຍ 100 ແຜ່ນ ກ່ຽວກັບປະທານໂຮ່ຈິມິນພ້ອມກັບປະຊາຊົນບັນດາເຜົ່າເຂດໄຕບັກ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ