ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີ
ແຫ່ງວັນສ້າງຕັ້ງສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ
(ພາບ: TTXVN)
(vovworld) - ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ, ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງເຊິ່ງໄດ້ຮັບການຈັດຕັ້ງຢ່າງສົມກຽດໃນຕອນເຊົ້າວັນທີ 02/12, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ຍ້ອງຍໍບັນດາໝາກຜົນ, ຜົນງານ ແລະ ການປະກອບສ່ວນສຳຄັນຂອງ ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ຜ່ານໄລຍະຕ່າງໆ. ເຊິ່ງຕາມນັ້ນແລ້ວ, ສະພາມະຫາບັນດິດ ໄດ້ສຳເລັດບັນດາໜ້າທີ່ເຊິ່ງລັດ ແລະ ປະຊາຊົນມອບໝາຍໃຫ້, ສົມເປັນອົງການຄົ້ນຄວ້າວິທະຍາສາດສັງຄົມອັນດັບໜຶ່ງຂອງທົ່ວປະເທດ.
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຊີ້ແຈ້ງວ່າ: ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ຕ້ອງປ່ຽນໃໝ່ຢ່າງຮອບດ້ານ ແລະ ແຂງແຮງກວ່າ, ປະຕິບັດໜ້າທີ່ເປັນອົງການຄົ້ນຄວ້າບັນດາບັນຫາພື້ນຖານກ່ຽວກັບວິທະຍາສາດ, ສັງຄົມເປັນຢ່າງດີ. ພິເສດ, ສະພາມະຫາບັນດິດ ຄວນສຸມໃສ່ເຮັດແຈ້ງ ແລະ ແກ້ໄຂບັນດາການພົວພັນໃຫຍ່ທີ່ລະບຸໄວ້ໃນໂຄງການການເມືອງສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນສັງຄົມນິຍົມ (ສະບັບປັບປຸງ, ພັດທະນາປີ 2011) ເປັນຢ່າງດີ ; ພ້ອມທັງຢືນຢັນວ່າ, ການຮັກສາບັນດາທັດສະນະທີ່ຖືກຕ້ອງ, ດັດປັບບັນດາຄວາມຮັບຮູ້ທີ່ພິດພາດ; ຕຳນິຕິຕຽນ, ປະຕິເສດ ທັດສະນະທີ່ພິດພາດ, ເປັນປໍລະປັກ. ນີ້ບໍ່ພຽງແຕ່ແມ່ນໜ້າທີ່ວິທະຍາສາດເທົ່ານັ້ນ ຫາກຍັງແມ່ນໜ້າທີ່ການເມືອງສຳຄັນທີ່ໄດ້ວາງອອກສຳລັບສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ. ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ຕ້ອງເສີມຂະຫຍາຍຄວາມເສລີ, ມີຫົວຄິດປະດິດສ້າງ ບົນພື້ນຖານລັດທິມາກ - ເລນີນ, ແນວຄິດຂອງປະທານໂຮ່ຈິມິນ, ແນວທາງ, ທັດສະນະພື້ນຖານຂອງພັກ. ຄຽງຂ້າງນັ້ນ, ສະພາມະຫາບັນດິດ ຄວນສືບຕໍ່ປະຕິບັດວຽກງານພິມຈຳໜ່າຍ, ໂຄສະນາ, ສື່ສານວິທະຍາສາດສັງຄົມເປັນຢ່າງດີກວ່າອີກ.