ສະເຫຼີມສະຫຼອງ 72 ປີ ແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດທີ 02 ກັນຍາ ຢູ່ແບນຊິກ, ຊິລີ ແລະ ອານເຊຣີ
(VOVWORLD) - ວັນທີ 04 ກັນຍາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກແບນຊິກ ແລະ ລຸກຊຳບວກ ເວືອງເທື່ອຟອງ ພ້ອມດ້ວຍພັນລະຍາ ເປັນເຈົ້າພາບຈັດງານສະເຫຼີມສະຫຼອງ 72 ປີ ແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 02 ກັນຍາ ຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳສູນກາງນະຄອນຫຼວງ Brussels, ລາຊະອານາຈັກແບນຊິກ.
ພາບປະກອບ |
ກ່າວຄຳເຫັນນະທີ່ນີ້, ທ່ານປະທານກຸ່ມສະມາຊິກສະພາມິດຕະພາບຮັກຫວຽດນາມ ປະຈຳລັດຖະສະພາເອີຣົບ Jan Zahradil ຕີລາຄາສູງການທີ່ ຫວຽດນາມ ບັນລຸໄດ້ 12 ສັນຍາການຄ້າເສລີກັບຫຼາຍປະເທດໃນໂລກ, ໃນນັ້ນຕ້ອງກ່າວເຖິງສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA).
ຢູ່ຊິລີ, ສະຖານທູດຫວຽດນາມ ປະຈຳຊິລີ ໄດ້ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 72 ປີ ແຫ່ງວັນຊາດຫວຽດນາມຫຼາຍລາຍການ ຄືຈັດຕັ້ງສັບປະດາງານວາງສະແດງຮູບພາບ “ຫວຽດນາມວັນນີ້”; ຈັດງານລ້ຽງສະເຫຼີມສະຫຼອງຊຶ່ງມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ລັດຖະບານຊິລີ, ອຳນາດການປົງຄອງທ້ອງຖິ່ນຫຼາຍທ່ານ. ວັນທີ 02 ກັນຍາ, ສະຖານທູດຫວຽດນາມ ປະຈຳຊິລີ ໄດ້ວາງພວງພາລາທີ່ເຂດອານຸສອນສະຖານປະທານໂຮ່ຈີມິນ.
ຢູ່ອານເຊຣີ, ຕອນແລງວັນທີ 04 ກັນຍາ, ກ່າວຄຳເຫັນທີ່ງານສະເຫຼີມສະຫຼອງ 72 ປີ ແຫ່ງວັນຊາດຫວຽດນາມ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອານເຊຣີ ຟາມກວກຈູ້ ເນັ້ນໜັກວ່າ: ຫວຽດນາມ ມານະພະຍາຍາມເພື່ອເປີດກວ້າງ ແລະ ເພີ່ມທະວີການພົວພັນກັບຫຼາຍປະເທດ ແລະ ບັນດາອົງການຈັດຕັ້ງສາກົນ, ຢືນຢັນວ່າຈະສືບຕໍ່ນະໂຍບາຍສັນຕິພາບ, ເອກະລາດ ແລະ ມິດຕະພາບ. ກ່ຽວກັບການພົວພັນສອງຝ່າຍ ຫວຽດນາມ - ອານເຊຣີ, ທ່ານເອກອັກຄະລັດຖະທູດ ຟາມກວກຈູ້ຢືນຢັນວ່າ ການພົວພັນລະຫວ່າງສອງປະເທດແມ່ນການພົວພັນແບບພິເສດໄດ້ເປັນເຄື່ອງໝາຍດ້ວຍນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ, ການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.